ຄາງລາວ / Lao Langur

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Trachypithecus laotum (Thomas, 1911) / Cercopithecidae
ຊື່ພ້ອງ
ຊື່ອື່ນ
ຊື່ສາກົນ: Laotian langur ແລະ white-browed black langur.
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

    ຫົວ ແລະ ລໍາໂຕຍາວ: 46-53 ຊມ. ຫາງຍາວ: 80-90 ຊມ. ມີຂົນຫຸ້ມລາຕົວສີດຳເງົາ ແລະ ມີຂົນຫົວຂາວໂດດເດັ່ນຢູ່ດ້ານຫນ້າ, ຫລັງ ແລະ ທັງສອງຂ້າງ ຍົກເວັ້ນຈອມຫົວຍັງເປັນສີດໍາຄືຫມວກ, ຜິວຫນັງຂອງໃບຫູ ແລະ ຫນ້າເປັນສີຊ້ໍາ. ບໍລິເວນອະໄວຍະວະສືບພັນຈະມີສີຊ້ໍາກວ່າ, ເວລາຍັງນ້ອຍຈະເປັນສີສົ້ມ.
    ອຸປະນິໄສ: ເປັນສັດທີ່ຫາກິນກາງເວັນ ແລະ ຢູ່ເທິງຕົ້ນໄມ້, ອາໄສບໍລິເວນເຮືອນຍອດຂອງປ່າພູຫີນປູນ, ອາຫານຂອງມັນແມ່ນໃບໄມ້.
    ສຽງຮ້ອງ: ?
    ຖິ່ນອາໄສ: ພົບໃນປ່າຜາຫີນ, ໂດຍສະເພາະແມ່ນປ່າພູຫີນປູນ, ເປັນສັດສະເພາະຖິ່ນໃນລາວພົບເຫັນໃນເຂດປ່າສະຫງວນພູຫີນປູນພາກກາງຂອງລາວ.

ບັນຍາຍການນຳໃຊ້

ເປັນສັດຫວງຫ້າມທີ່ໃກ້ສູນພັນສູງໃນ ສປປ ລາວ.

ການປະກອບສ່ວນ