ລີງຫາງຍາວ / Long-tailed Macaque

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Macaca fascicularis Raffles, 1821 / Cercopithecidae
ຊື່ພ້ອງ
Macaca irus F. Cuvier, 1818
Simia aygula Linnaeus, 1758
ຊື່ອື່ນ
ຊື່ສາມັນ: Long-tailed Macaque ແລະ crab-eating macaque.
ໄທ: ລິງແສມ
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

ຫົວ ແລະ ລໍາຕົວຍາວ: 48-55 ຊມ. ຫາງຍາວ: 44-54 ຊມ. ສາມາດຈຳແນກໄດ້ຈາກທີ່ມັນມີຫາງຍາວທີ່ມີຄວາມຍາວເທົ່າກັບພາກ ສ່ວນຫົວລໍາໂຕ, ຕົນໂຕຈະມີສີອອກເຖົ່າຫາສີແດງອອກນໍ້າຕານ ໂດຍຈະມີສີແຈ້ງກວ່າຢູ່ທາງພາກສ່ວນດ້ານທ້ອງຂອງລໍາໂຕ, ຂົນຢູ່ເທິງຈອມຫົວ ຈະປົ່ງໄປທາງເບື້ອງຫຼັງໂດຍກົງ, ມັກເປັນຫອນແຫຼມຂຶ້ນ, ໂຕຜູ້ຈະມີແກ້ມທີ່ມີໝວດ ແລະ ເຄົາເຊັ່ນດຽວກັນກັບລີງວອກ ແລະ ລີງອາຊາມ ທີ່ມີອາຍຸແກ່.
ອຸປະນິໄສ: ເປັນສັດທີ່ຫາກິນກາງເວັນ ແລະອາໄສຢູ່ຕາມຕົ້ນໄມ້ ສາມາດລອຍນໍ້າໄດ້. ຈະຢູ່ຮ່ວມກັນເປັນກຸ່ມ 10-45 ໂຕ, ຫຼື ອາດມີເຖິງ 80 ໂຕ.
ສຽງຮ້ອງ: ສຽງທີ່ມັກຮ້ອງຄືຈະອອກສຽງ ກາ ເຊິ່ງເປັນສຽງບາດດຽວ.
ອາໄສ: ປ່າເສື່ອມໂຊມປະເພດຕ່າງໆ ແລະ ປ່າແຄມນໍ້າລວມທັງ ປ່າໂຄກແຫ້ງແລ້ງ. ຈະພົບເຫັນສະເພາະໃນພາກໃຕ້ຂອງລາວ.

ບັນຍາຍການນຳໃຊ້

ເປັນສັດຫວງຫ້າມໃນ ສປປ ລາວ ແລະ ຍັງມີການລັກລອບລ່າເພື່ອເປັນອາຫານ ແລະ ສີນຄ້າ ແບບຜິດກົດໝາຍໃນບາງທ້ອງຖີ່ນ.

ການປະກອບສ່ວນ