ລີງຜົມແບ່ງ / Assamese Macaque

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Macaca assamensis McClelland, 1840 / Cercopithecidae
ຊື່ພ້ອງ
ຊື່ອື່ນ
ລາວ: ລີງແບ່ງຜົມ ແລະ ລີງອາຊາມ
ໄທ: ລີງອ້າຍເງີະ, ລີງອັນສັມ ຫຼື ລີງພູເຂົາ.
ຊື່ສາມັນ: Assam macaque ແລະ Assamese macaque.
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

      ຫົວ ແລະ ລາວຍາວ: 51-63 ຊມ. ຫາງຍາວ: 20-38 ຊມ.
     ຈຳແນກໄດ້ຈາກລີງອື່ນໆ ບ່ອນທີ່ມັນມີຂົນປົກຄຸມໜາ ແລະ ຫາງຢ່ອນທີ່ຍາວປະມານເຄິ່ງຂອງສ່ວນຫົວ-ລຳໂຕ, ມັນຈະຄ້າຍຄືກັບລີງວອກ, ແຕ່ອາດຈະຈຳແນກໄດ້ຈາກທີ່ມັນມີສີອອກໝົ່ນ ຫຼື ອອກນໍ້າຕານ, ໜຶ່ງສ່ວນສີ່ຂອງລໍາໂຕ, ພາກສ່ວນນີ້ຂອງລີງວອກຈະອອກສີແດງຕັດກັນກັບສີຈາງ ທີ່ຢູ່ທາງພາກສ່ວນໜ້າຢ່າງຈະແຈ້ງ. ລັກສະນະທີ່ຈໍາແນກໄດ້ ຄືມີຂົນສັ້ນເປັນຕອນຢູ່ຂະມ່ອມ, ທາງດ້ານເທິງຂອງລໍາໂຕປ່ຽນເປັນ ຫຼາຍສີຄືສີອອກແດງ, ນໍ້າຕານ ຫຼື ດໍາ.
      ອຸປະນິໄສ: ທີ່ຢູ່ອາໄສຂອງມັນຈະຢູ່ເຮືອນຍອດທີ່ສູງກວ່າລີງກັງ ແລະ ລີງເສນ, ແຕ່ໃນເຂດທີ່ບໍ່ມີສິ່ງ ລົບກວນ, ມັນຈະລົງຫາກິນຢູ່ຕາມແຄມນ້ຳຄືກັນກັບລີງວອກ.
     ສຽງຮ້ອງ: ມີສຽງຫຼາຍແບບມີລັກສະນະເປັນສຽງດັງຄືສຽງດົນຕີປີໂອມັກ, ຮ້ອງລື້ມຄືນຫຼາຍເທື່ອ, ການຮ້ອງນີ້ໃຫ້ທຽບໃສ່ກັບໄລຍະປ່ອຍລົມຂອງເບຼກລົດຂົນສົ່ງ, ເຊິ່ງອາດເປັນລັກສະນະທີ່ຈໍາແນກຊະນິດທີ່ມີຢູ່ໃນ ສປປ ລາວ
     ຖິ່ນອາໄສ: ປ່າຕາມພູຕໍາທີ່ມີຄວາມສູງລະດັບຕັ້ງແຕ່ 500 ມ ຂຶ້ນໄປ, ປົກກະຕິຈະເປັນລີງທີ່ມີຫຼາຍທີ່ສຸດ ໃນພູ ແລະ ສາຍພູ. ມັນຍັງອາໄສຢູ່ຕາມພູເຂົາຫີນປູນລົງມາເຖິງລະດັບ 300 ມ, ຜ່ານມາໄດ້ບັນທຶກໄວ້ມີຢູ່ທີ່ເຂດປ່າສະຫງວນແຫ່ງຊາດດົງຫົວສາວ.

ບັນຍາຍການນຳໃຊ້

ເປັນລີງຫວງຫ້າມ ແລະ ຫາຍາກໃນ ສປປ ລາວ. ໃນບາງທ້ອງຖີ່ນຍັງມີການລັກລອບລ່າເພື່ອເປັນອາຫານ ແລະ ສີນຄ້າ.

ການປະກອບສ່ວນ