ລີງເສນ / Stump-tailed Macaque

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Macaca arctoides (I. Geoffroy, 1831) / Cercopithecidae
ຊື່ພ້ອງ
Macaca brunneus (Anderson, 1871)
Macaca harmandi (Trouessart, 1897)
Macaca melanotus (Ogilby, 1839)
Macaca melli (Matschie, 1912)
Macaca rufescens (Anderson, 1872)
Macaca speciosus (Murie, 1875)
Macaca ursinus (Gervais, 1854)
ຊື່ອື່ນ
ຊື່ລາວ: ລີງເສນ, ລີງຫມູ ແລະ ກະພືດ
ໄທ: ລິງເສນ ແລະ ລິງແສນ
ຊື່ສາກົນ: Stump-tailed Macaque, Bear Macaque, Beruk Kentoi ແລະ Stumptail Macaque.
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

     ຫົວ ແລະ ລໍາຕົວຍາວ: 48-63 ຊມ. ຫາງຍາວ: 4– 8 ຊມ.
     ເປັນລີງທີ່ອອກເປັນສີເຂັ້ມຂອງພາກສ່ວນລຳໂຕມີສີອອກແດງ, ນໍ້າຕານເຂັ້ມ; ໂຕທີ່ຍັງໜຸ່ມຈະເປັນສີຈາງກວ່າ, ທີ່ມີສີນໍ້າຕານຫຼາຍກວ່າ ມັນຈະແຕກຕ່າງຈາກລີງອື່ນໆ,  ມັນມີຫາງສັ້ນທີ່ເກືອບຈະບໍ່ເຫັນ ແລະ ມັນເກືອບຈະບໍ່ຈໍາແນກໄດ້ເລີຍໃນທໍາມະຊາດ ໃນໂຕເຕັມໄວອາຍຸໃບໜ້າ ບໍ່ມີຂົນອອກສີແດງດ່າງ ຫຼື ນໍ້າຕານອອກແດງໂດຍສະເພາະໂຕຜູ້ ໃບໜ້າຈະເບັງ.
    ອຸປະນິໄສ: ສ່ວນຫຼາຍຈະອາໄສຢູ່ຕາມດິນ, ທ່ຽວໄປຕາມພື້ນປ່າ ແລະ ຕາມແຄມນໍ້າ. ມັກຈະຢູ່ຮ່ວມກັນເປັນກຸ່ມໃຫຍ່ປະມານ 40-50 ໂຕ ເຖິງມັນອາດຈະມີຈໍານວນຫຼາຍກວ່ານັ້ນ, ອາຫານຂອງມັນປະກອບ ດ້ວຍໝາກໄມ້, ແກ່ນໝາກໄມ້, ໃບໄມ້ອ່ອນ, ດອກໄມ້, ໜໍ່ໄມ້ ແລະ ເຫຍື່ອທີ່ເປັນສັດ.
    ສຽງຮ້ອງ: ?
    ຖິ່ນອາໄສ: ປ່າດົງດິບເຂດເຊື່ອມຕໍ່ກັບປ່າດົງດິບທີ່ເປັນປ່າເສື່ອມໂຊມ ຮອດລະດັບສູງເຖິງ 1,650 ມ, ເຖິງວ່າບໍ່ມີຂໍ້ມູນໃນເຂດທົ່ງພຽງກໍ່ຕາມ, ແຕ່ມັນມີການແຈກຢາຍໃນທົ່ວທຸກພາກຂອງປະເທດ, ແຕ່ໃນປ່າທີ່ຖືກ ຕັດແຍກເປັນຕອນອາດຈະມີຈຳນວນໜ້ອຍລົງຫຼາຍ.

ບັນຍາຍການນຳໃຊ້

ເປັນສັດຫວງຫ້າມ  ແລະ ເປັນລີງທີ່ຫາຍາກໃນລາວ. ປະຈຸບັນຍັງມີການລ່າແບບຜິດກົດໝາຍເພື່ອເປັນສີນຄ້າ ແລະ ອາຫານ.

ການປະກອບສ່ວນ