ລີງເສນ / Stump-tailed Macaque
APA 6th ed. ລີງເສນ / Stump-tailed Macaque. (2022, January 22). Retrieved from https://www.phakhaolao.la/kb/0001371
MLA 8th ed. ລີງເສນ / Stump-tailed Macaque. Pha Khao Lao, 22 January 2022, https://www.phakhaolao.la/kb/0001371.
Chicago 17th ed. Pha Khao Lao. 2022. "ລີງເສນ / Stump-tailed Macaque." Published January 22, 2022. https://www.phakhaolao.la/kb/0001371.
Macaca harmandi (Trouessart, 1897)
Macaca melanotus (Ogilby, 1839)
Macaca melli (Matschie, 1912)
Macaca rufescens (Anderson, 1872)
Macaca speciosus (Murie, 1875)
Macaca ursinus (Gervais, 1854)
ໄທ: ລິງເສນ ແລະ ລິງແສນ
ຊື່ສາກົນ: Stump-tailed Macaque, Bear Macaque, Beruk Kentoi ແລະ Stumptail Macaque.
ຫົວ ແລະ ລໍາຕົວຍາວ: 48-63 ຊມ. ຫາງຍາວ: 4– 8 ຊມ.
ເປັນລີງທີ່ອອກເປັນສີເຂັ້ມຂອງພາກສ່ວນລຳໂຕມີສີອອກແດງ, ນໍ້າຕານເຂັ້ມ; ໂຕທີ່ຍັງໜຸ່ມຈະເປັນສີຈາງກວ່າ, ທີ່ມີສີນໍ້າຕານຫຼາຍກວ່າ ມັນຈະແຕກຕ່າງຈາກລີງອື່ນໆ, ມັນມີຫາງສັ້ນທີ່ເກືອບຈະບໍ່ເຫັນ ແລະ ມັນເກືອບຈະບໍ່ຈໍາແນກໄດ້ເລີຍໃນທໍາມະຊາດ ໃນໂຕເຕັມໄວອາຍຸໃບໜ້າ ບໍ່ມີຂົນອອກສີແດງດ່າງ ຫຼື ນໍ້າຕານອອກແດງໂດຍສະເພາະໂຕຜູ້ ໃບໜ້າຈະເບັງ.
ອຸປະນິໄສ: ສ່ວນຫຼາຍຈະອາໄສຢູ່ຕາມດິນ, ທ່ຽວໄປຕາມພື້ນປ່າ ແລະ ຕາມແຄມນໍ້າ. ມັກຈະຢູ່ຮ່ວມກັນເປັນກຸ່ມໃຫຍ່ປະມານ 40-50 ໂຕ ເຖິງມັນອາດຈະມີຈໍານວນຫຼາຍກວ່ານັ້ນ, ອາຫານຂອງມັນປະກອບ ດ້ວຍໝາກໄມ້, ແກ່ນໝາກໄມ້, ໃບໄມ້ອ່ອນ, ດອກໄມ້, ໜໍ່ໄມ້ ແລະ ເຫຍື່ອທີ່ເປັນສັດ.
ສຽງຮ້ອງ: ?
ຖິ່ນອາໄສ: ປ່າດົງດິບເຂດເຊື່ອມຕໍ່ກັບປ່າດົງດິບທີ່ເປັນປ່າເສື່ອມໂຊມ ຮອດລະດັບສູງເຖິງ 1,650 ມ, ເຖິງວ່າບໍ່ມີຂໍ້ມູນໃນເຂດທົ່ງພຽງກໍ່ຕາມ, ແຕ່ມັນມີການແຈກຢາຍໃນທົ່ວທຸກພາກຂອງປະເທດ, ແຕ່ໃນປ່າທີ່ຖືກ ຕັດແຍກເປັນຕອນອາດຈະມີຈຳນວນໜ້ອຍລົງຫຼາຍ.
ເປັນສັດຫວງຫ້າມ ແລະ ເປັນລີງທີ່ຫາຍາກໃນລາວ. ປະຈຸບັນຍັງມີການລ່າແບບຜິດກົດໝາຍເພື່ອເປັນສີນຄ້າ ແລະ ອາຫານ.