ໜູຂິວນ້ອຍ / Short-tailed gymnure

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Hylomys suillus S. Müller, 1840 / Erinaceidae
ຊື່ພ້ອງ
ຊື່ອື່ນ
ຊື່ສາມັນ: short-tailed gymnure, Pig-tailed Shrew ແລະ Lesser gymnure
ມາເລຍເຊຍ: Salak Ba'a ແລະ Tikus Babi
ໄທ: ໜູຜີຫາງໝູ
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

    ຈໍາພວກຫນູ - Insectivores:
1. ເຜົ່າ Insectivora: ເປັນສັດຂະໜາດນ້ອຍທີ່ມີໜ້ານ້ອຍແຫຼມຍາວ ແລະ ມີການເຄື່ອນ ໄຫວໄປມາຫຼາຍ, ໂດຍທົ່ວໄປຈະມີແຂນຂາສັ້ນທີ່ມີ 5 ນິ້ວ, ສະມາຊິກ ທັງໝົດສາມາດຍ່າງ ແລະ ແລ່ນໄດ້ຕາມການເຄື່ອນໄຫວປົກກະຕິຂອງ ພວກມັນ. ຕາ ແລະ ຫູຂ້ອນຂ້າງນ້ອຍ ແລະ ພາກສ່ວນນອກທີ່ປາກົດ ໃຫ້ເຫັນໄດ້ຍາກ, ສັດຈຳພວກນີ້ດໍາລົງຊີວິດຂຶ້ນກັບອະໄວຍະວະຮັບ ກິ່ນທີ່ຊອກຫາເຫຍື່ອ ສະມາຊິກຂອງເຫຼົ່ານີ້ສ່ວນໃຫຍ່ມັກຢູ່ໂດດດຽວ ແລະ ຫາກິນກາງຄືນ, ໃນທົ່ວໂລກມີ 6 ຕະກູນປະກອບດ້ວຍໜູຂິວ ແລະ ເໝັ້ນ (ຕະກູນ Erinaceidei). ໜູງວງ (ຕະກູນ Talpidae), ຕຸ່ນ (ຕະກູນ Chrysochloridlae), ສັດກິນແມງໄມ້ (Soricidae), ໜູງວງແຫຼມ (Selenodotidae) ນາກຫາງເປັດ (Temecidae), ມີຫຼາຍກວ່າ 60 ສະກຸນ ແລະ 345 ຊະນິດ, ໃນ ສປປ ລາວມີ 3 ຕະກູນ, 9 ສະກຸນ ແລະ 16 ຊະນິດ.
2. ໜູຂິວ - Gymnure ແລະ ໜູ - Hedgehogs:
     ຕະກູນ Erinaceidae ຕະກູນນີ້ປະກອບດ້ວຍ ຕະກຸນຍ່ອຍ Galerinae ເຊິ່ງປະກອບດ້ວຍ 5 ສະກຸນຂອງໜູຂີວ (ຫາງບໍ່ມີຂົນ) ທີ່ ເປັນສັດສະເພາະຖິ່ນຂອງເຂດອິນໂດ-ມາເລ ແລະ ຕະກູນຍ່ອຍ Erinaceinae (Hedgehoges). ໜູຂິວເປັນສັດກິນແມງໄມ້, ມີສົບຍາວ, ໃນທົ່ວໂລກມີທັງໝົດ 6 ສະກຸນ ເຊິ່ງ ມີ 12 ຊະນິດ, ໃນລາວມີ 3 ຊະນິດທີ່ມາຈາກ 2 ສະກຸນ.
    ໜູຂິວນ້ອຍ (Hylomys suillus)
ຫົວ ແລະ ລຳຕົວຍາວ: 12-13.9 ຊມ. ຫາງຍາວ: 1.9-3 ຊມ
      ເປັນໜູຂິວທີ່ມີຂະໜາດນ້ອຍທີ່ສຸດ, ທີ່ມີໜ້າເປັນມູມຫຼ່ຽມທີ່ຊັດເຈນປາຍສຸດຂອງຫົວຄ້າຍຄືງວງຊ້າງ, ມີປາກຢູ່ປາຍ, ບໍລິເວນຮອບຫູບໍ່ມີຂົນ.ພາກສ່ວນທ້ອງມີຂົນສີນ້ຳຕານອົມເຫຼືອງ ແລະ ສີເຫຼືອງອ່ອນ. ມີຂົນສັ້ນແປແຫຼມເທິງຜິວໜັງເຊິ່ງບໍ່ສັງເກດເຫັນເມື່ອພົບໃນພາກສະໜາມ. ມີຫາງນ້ອຍ, ສັ້ນກວ່າຄວາມຍາວຂອງສ່ວນຫົວ ແລະ ລຳຕົວ 25%
      ອຸປະນິໄສ: ເປັນສັດບົກຫາກິນກາງເວັນ. ກິນຈຳພວກຂີ້ກະເດືອນດິນ ແລະ ແມງໄມ້ທີ່ຢູ່ເທິງໜ້າດິນ ໂດຍສະເພາະບໍລິເວນໃກ້ນ້ຳຫ້ວຍ ແລະ ຮ່ອງ.
      ສ້ຽງຮ້ງ:
      ຖິ່ນອາໄສ: ມັກຢູ່ຕາມປ່າຕຶບທີ່ກຳລັງເຕີບໃຫຍ່ຢູ່ຕາມເທິງພູສູງ ແລະ ຕ່ຳ, ນອກຈາກນັ້ນຍັງມັກຢູ່ຕາມປ່າປະສົມ ແລະ ປ່າຂຽວຕະຫຼອດປີ, ຢູ່ເຂດເນີນສູງທົ່ວປະເທດ. ມີການບັນທຶກໄດ້ຈາກແຂວງຜົ້ງສາລີ, ແຂວງຊຽງຂວາງ, ປ່າສະຫງວນແຫ່ງຊາດດົງຫົວສາວ ແລະ ບ່ອນອື່ນໆທີ່ຢູ່ລະດັບສູງກວ່າໜ້ານ້ຳທະເລ.

ບັນຍາຍການນຳໃຊ້

ປະຊາຊົນທ້ອງຖີ່ນນຳໃຊ້ເປັນອາຫານ ແລະ ຂາຍຕາມຕະຫຼາດທ້ອງຖີ່ນບາງໂອກາດເທົ່ານັ້ນ.

ການປະກອບສ່ວນ