ກະແຕເໜືອຫາງຍາວ / Northern Slender-tailed Tree shrew
APA 6th ed. ກະແຕເໜືອຫາງຍາວ / Northern Slender-tailed Tree shrew. (2022, January 21). Retrieved from https://www.phakhaolao.la/kb/0001361
MLA 8th ed. ກະແຕເໜືອຫາງຍາວ / Northern Slender-tailed Tree shrew. Pha Khao Lao, 21 January 2022, https://www.phakhaolao.la/kb/0001361.
Chicago 17th ed. Pha Khao Lao. 2022. "ກະແຕເໜືອຫາງຍາວ / Northern Slender-tailed Tree shrew." Published January 21, 2022. https://www.phakhaolao.la/kb/0001361.
ຫົວ ແລະ ລຳໂຕຍາວ: 11.5-13.5 ຊມ, ຫາງຍາວ: 10.5-13 ຊມ. ເປັນສັດເລມແຫ້ນຂະໜາດນ້ອຍ, ຫາງມີຂົນສັ້ນດົກໜາ ແລະ ມີຄວາມຍາວເທົ່າກັບ 2/3 ຂອງຄວາມຍາວລຳໂຕ. ສ່ວນເທິງຂອງລຳໂຕເປັນສີຂີ້ໝ້ຽງ, ພາກສ່ວນລຸ່ມເປັນສີເຫຼືອງອ່ອນ. ຫົວມີເຄື່ອງໝາຍສີດຳຜ່ານຕາ ຢູ່ລະຫວ່າງຫູກັບດັງ, ມີແສກສີຂາວຢູ່ແຄມເບິ່ງລຸ່ມ ແລະ ເບື້ອງເທິງ, ຫາງມີຮອຍແຕ້ມສີດຳ.
ອຸປະນິໄສ: ເປັນສັດຫາກິນກາງເວັນ, ເຄື່ອນໄຫວຄ່ອງແຄ້ວ, ມັກຢູ່ຕາມປ່າໄມ້ປ່ອງ, ຟຸ່ມໄມ້ ແລະ ປ່າທີ່ມີງ່າຕຶບໜາໃນຊ່ວງລຸ່ມ ແລະ ຊັ້ນເທິງປົກຄຸມລະດັບກາງ. ມັກລົງຫາກິນຕາໜ້າດິນ ແລະ ປີ້ນຂື້ນເທິງຕົ້ນໄມ້. ເປັນສັດທີ່ບໍ່ຍ້ານຄົນແຕ່ຈະສັງເກດເຫັນໄດ້ຍາກເພາະສ່ວນຫຼາຍມັກຈະລີ້ຊ້ອນຢູ່.
ສຽງຮ້ອງ: ໄດ້ບັນທຶກໄວ້ວ່າມັນຮ້ອງເປັນສຽງແຫຼມສູງ 4-9 ຄ່ຳ
ຖິ່ນອາໄສ: ພົບໃນປ່າດົງດິບເສື່ອມໂຊມ, ປ່າຂັ້ນສອງ ແລະ ປ່າຢູ່ລະດັບສູງຈາກໜ້ານ້ຳທະເລ 300-400 ແມັດ, ເຊິ່ງປ່າທັງໝົດມີຕົ້ນໄມ້ປ່ອງປົນ. ໃນ ສປປ ລາວ ຍັງມີຂໍ້ມູນໜ້ອຍ. ບັນທຶກຂໍ້ມູນຈາກປ່າສະຫງວນແຫ່ງຊາດຫີນໜາມໜໍ່, ປ່າສະຫງວນພູຈອມວອຍ ແລະ ນ້ຳຍວງ ແຂວງບໍລິຄຳໄຊ.
ປະຊາຊົນທ້ອງຖີ່ນນຳໃຊ້ເປັນອາຫານ ແລະ ພົບໃນຕະຫຼາດທ້ອງຖີ່ນບາງບ່ອນໃນລາວ.