ໂສມນົກແອນ / Java Ginseng

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Talinum paniculatum (Jacq.) Gaertn. / Talinaceae
ຊື່ພ້ອງ
Calandrinia andrewskii H.Vilm.
Claytonia patens (L.) Kuntze
Helianthemoides patens (L.) Medik.
Portulaca paniculata Jacq.
Portulaca patens L.
Portulaca reflexa (Cav.) Haw.
Ruelingia patens (L.) Ehrh.
Talinum chrysanthum Rose & Standl.
Talinum dichotomum Ruiz & Pav.
Talinum moritziana Kl. ex Rohrb. in Mart.
Talinum paniculatum var. sarmentosum (Engelm.) Poelln.
Talinum patens (L.) Juss.
Talinum patens (L.) Willd.
Talinum patens var. sarmentosum (Engelm.) A. Gray
Talinum purpureum hort. ex A. Gray
Talinum reflexum Cav.
Talinum reflexum f. saramentosum (Engelm.) Small
Talinum roseum Kl. ex Rohrb.
Talinum sarmentosum Engelm.
Talinum spathulatum Engelm. ex A. Gray
ຊື່ອື່ນ
ໄທ: ໂສມຄົນ ແລະ ຫວ້ານຜັກປັງ.
ຈີນ: 顾仁森 ແລະ 唐宁市.
ອັງກິດ: Java ginseng, Sweetheart, Fame Flower, Surinam Purslane, waterleaf ແລະ Ceylon Spinach.
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ. ລຳຕົ້ນຂະໜາດນ້ອຍ, ສູງ 60-80 ຊມ ຫຼື ອາດຈະສູງໄດ້ຮອດ 1 ມ, ມີລັກສະນະເປັນຫຼ່ຽມ, ແຕກກິ່ງກ້ານບໍລິເວນໂຄນຕົ້ນ, ລຳຕົ້ນອ່ອນສີຂຽວອ່ອນ ແລະ ຫັກງ່າຍ, ເມື່ອແກ່ຈະປ່ຽນເປັນສີນ້ຳຕານ, ເນື້ອແຂງ, ມີເຫງົ້າໃຕ້ດິນ ຫຼື ຮາກ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກວ້າງ 2.5-3.5 ຊມ, ຍາວ 5-7.5 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍມົນ ຫຼື ແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ແຜ່ນໃບໜາ ແລະ ອົມນ້ຳ. ຊໍ່ດອກແບບກະຈະ, ອອກບໍລິເວນປາຍຍອດ ຫຼື ປາຍກິ່ງ. ດອກຍ່ອຍມີຂະໜາດນ້ອຍ, ສີບົວ. ກາບດອກມີ 2 ກາບ, ສີຂາວໃສ, ຫຼົ່ນງ່າຍ. ກີບດອກມີ 5 ກີບ, ຮູບໄຂ່ ຫຼື ຮູບຮີ, ປາຍແຫຼມ, ສີມ່ວງແດງ. ເກສອນເພດຜູ້ມີປະມານ 10 ອັນ, ສີເຫຼືອງ, ຈັບອ້ອມຮອບເຕົ້າໄຂ່. ເຕົ້າໄຂ່ຈັບເທິງ, ປາຍຮວງຮັບມີລັກສະນະເປັນເສັ້ນດ້າຍ, ປາຍແຍກອອກເປັນ 3 ແສກ. ໝາກຮູບກົມ ຫຼື ຮູບຮີ, ຂະໜາດປະມານ 3 ມມ, ຜິວລຽບ, ໝາກອ່ອນສີຂຽວ, ແລ້ວຈະປ່ຽນເປັນສີເຫຼືອງອ່ອນ, ສີແດງ ແລະ ສີເທົາເຂັ້ມ, ໝາກແກ່ແລ້ວແຕກ. ແກ່ນຈຳນວນຫຼາຍ, ຮູບກົມ, ຜິວລຽບ, ສີດຳ.

ບັນຍາຍການນຳໃຊ້

ອາຫານ:  ໃບອ່ອນ ແລະ ຍອດ: ສາມາດນຳມາຮັບປະທານເປັນຜັກໄດ້.
ສັບພະຄນ:  ເຫງົ້າ: ຊ່ວຍບຳລຸງທາດ, ບຳລຸງກຳລັງ, ແກ່ອ່ອນເພຍ, ແກ້ອັກເສບ, ຫຼຸດອາການບວມ, ຮັກສາພະຍາດຕັບ ແລະ ໝາກໄຂ່ຫຼັງ. ຮາກ: ບຳລຸງປອດ, ແກ້ໄອ, ແກ້ໄຂ້, ແກ້ອາການອ່ອນເພຍຫຼັງຈາກຫາຍໄຂ່ໃຫມ່ ແລະ ແກ້ອາການຖອກທ້ອງ. ໃບ: ແກ້ບວມ, ອັກເສບມີໜອງ, ຂັບນ້ຳນົມ, ຂັດປັດສະວະຂັດ, ແກ້ອາການເຫືອອອກຫຼາຍຜິດປົກກະຕິ, ໄອເປັນເລືອດ ແລະ ແກ້ປະຈຳເດືອນມາຜິດປົກກະຕິ. ດອກ: ໃຊ້ຮັກສາພະຍາດຫອບຫືດ, ເປັນຢາບຳລຸງກຳລັງ, ບຳລຸງປະຈຳເດືອນ, ແກ້ອາການອ່ອນເພຍ, ບັນເທົາອາການໄອ ແລະ ຖອກທ້ອງ.

ການປະກອບສ່ວນ