ຜັກຫວານຂີ້ໄກ່

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Casearia flexuosa Craib / Salicaceae
ຊື່ພ້ອງ
ຊື່ອື່ນ
ໄທ: ໝາກແຕກຕົ້ນ, ໝາກຜ່າສາມ ແລະ ຜ່າສາມນ້ອຍ.
ຈີນ: 云南脚骨脆.
ຫວຽດນາມ: Nuốt dịu.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 4 ມ, ບໍລິເວນກິ່ງອອ່ນ ແລະ ຕາຍອດມີຂົນປົກຄຸມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ຮູບຮີແກມຮູບຂອບຂະໜານ ຫຼື ຮູບໄຂ່, ກວ້າງ 1-5 ຊມ, ຍາວ 3-15 ຊມ, ໂຄນໃບຮູບຫຼິ່ມ, ຂອບເປັນແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍເຈ້ຍ, ມີຂົນສີເຫຼືອງທັງສອງດ້ານ. ຫູໃບຮູບຫອກແກມຮູບແຖບ, ຂະໜາດ 1.5-3 ມມ, ລັກສະນະບາງຄ້າຍກະດາດ, ມີຂົນອ່ອນນຸ້ມກະຈາຍຫ່າງໆ. ກ້ານໃບຍາວ 3-10 ມມ, ມີຂົນອ່ອນນຸ້ມປົກຄຸມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ. ດອກຍ່ອຍມີ 2-3 ດອກ, ສີຂາວແກມຂຽວ. ກ້ານດອກຍາວປະມານ 1 ມມ. ປະດັບຮູບໄຂ່, ຂະໜາດປະມານ 2 ມມ. ກາບດອກມີ 4-5 ກີບ, ຮູບຂອບຂະໜານແກມຮູບໄຂ່ປີ້ນ, ຂະໜາດ 3-4 ມມ, ມີຂົນຂຸຍ. ເກສອນເພດຜູ້ມີ 8 ອັນ, ກ້ານຊູຍາວ 1 ມມ, ຖົງລະອອງຮູບໄຂ່ ຫຼື ຮູບຂອບຂະໜານ, ຂະໜາດ 0.5-0.7 ມມ. ເຕົ້າໄຂ່ຮູບໄຂ່, ຂະໜາດປະມານ 1 ມມ, ປາຍຮວງຮັບຍາວ 0.5-1 ມມ, ປາຍແຍກອອກເປັນ 3 ແສກ. ໝາກຮູບຮີ, ຂະໜາດກວ້າງປະມານ 1 ຊມ, ຍາວປະມານ 1.5 ຊມ, ມີ 3-4 ພູ, ໝາກແກ່ແລ້ວແຕກເປັນ 3 ແສກ, ໝາກອ່ອນສີຂຽວ, ໝາກແກ່ເປັນສີເຫຼືອງ. ກ້ານໝາກຍາວປະມານ 5 ມມ. ແກ່ນມີ 3-8 ແກ່ນ, ຮູບໄຂ່, ສີຂາວ, ມີເນື້ອຫຸ້ມແກ່ນສີແດງ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ຕົ້ມດື່ມຂັບປັດສະວະ ແລະ ອົມແກ້ລີ້ນເປັນຝ້າຂາວ.
  • ທັ້ງຕົ້ນ: ຕົ້ມດື່ມບຳລຸງເລືອດຫຼັງເກີດລູກໃຫມ່.
  • ບໍ່ບອກສ່ວນນຳໃຊ້: ຕົ້ມດື່ມເປັນຢາບຳລູງກຳລັງ.
ການປະກອບສ່ວນ