ເຄືອໝ່ວຍ / Mamoi

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Gnetum montanum Markgr. / Gnetaceae
ຊື່ພ້ອງ
Gnetum montanum f. montanum
ຊື່ອື່ນ
ໄທ: ເໝື່ອຍ, ມ່ວຍ, ມາະມ່ວຍ, ແຮນມວຍ ແລະ ເໝື່ອຍຂາວ
ຈີນ: 买麻藤 mai ma teng.
Assamese: Mamei-lata ແລະ Mamoi lota.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເຄືອ ຫຼື ເປັນໄມ້ຟຸ່ມເລື້ອຍຂະໜາດໃຫຍ່, ເນື້ອໄມ້ແຂງ, ບໍລິເວນຂໍ້ພອງບວມ. ໃບດ່ຽວ, ອອກຮຽງສະຫຼັບຕັ້ງສາກ, ຮູບໄຂ່ ຫຼື ຮູບຂອບຂະໜານແກມຮູບໄຂ່, ກວ້າງ 5-6 ຊມ, ຍາວ 13-16 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ ຫຼື ເປັນຕິ່ງໜາມ, ແຜ່ນໃບໜາ ແລະ ໜ້ຽວຄ້າຍໜັງ. ຊໍ່ດອກແບບຮວງເຂົ້າ, ແຕກແໜ່ງ, ຊໍ່ດອກແຍກເພດໃນຕົ້ນດຽວກັນ. ຊໍ່ດອກເພດຜູ້ເປັນຊໍ່ແບບຮວງເຂົ້າແຕກແໜ່ງ, ອອກບໍເວນປາຍຍອດ ຫຼື ລຳຕົ້ນ. ດອກຍ່ອຍແຕ່ລະຊໍ່ມີ 8-15 ຊັ້ນ. ເກສອນເພດຜູ້ມີ 8-25 ອັນ, ຮຽງເປັນວົງຮອບຂໍ້. ຊໍ່ດອກເພດແມ່ແຕກແໜ່ງ. ດອກຍ່ອຍມີ 6-14 ຊັ້ນ. ແກ່ນແຕ່ລະຊັ້ນມີ 1-8 ແກ່ນ, ຮູບຮີ, ບໍ່ມີໝາກຫຸ້ມ, ແຕ່ມີກາບບາງໆຫຸ້ມໄວ້, ແກ່ນອ່ອນສີຂຽວເມື່ອແກ່ເປັນສີບົວ.

ພົບຕາມປ່າດົງດິບແຫ້ງແລ້ງ.

ບັນຍາຍການນຳໃຊ້

ອາຫານ:

  • ໃບ: ກິນເປັນຜັກໄດ້.
  • ແກ່ນ: ເຮັດໃຫ້ສຸກກິນໄດ້.

ສັບພະຄຸນ: 

  • ຮາກ: ຕົ້ມດື່ມແກ້ພິດບາງຊະນິດ ແລະ ແກ້ໄຂ້ມາລາເຣຍ.
  • ລຳຕົ້ນ: ມີສັບພະຄຸນເຮັດໃຫ້ຈິດໃຈຊຸ່ມຊື່ນ, ເຮັດໃຫ້ແຂງແຮງ, ປະສົມກັບເຄືອເອັນອ່ອນຕົ້ມດື່ມແກ້ອາການເມືອຍ, ຕົ້ມດື່ມຊ່ວຍໃນການຢູ່ໄຟຂອງແມ່ລູກອ່ອນຊ່ວຍບຳລຸງຮ່າງກາຍຫຼັງເກີດ, ດື່ມແກ້ອາການເມືອຍ ແລະ ຊ່ວຍເຮັດໃຫ້ເສັ້ນເອັນອ່ອນ.
  • ເປືອກຕົ້ນ: ຕົ້ມດື່ມແກ້ອາການບວມພອງ.
  • ໃບ: ນຳມາຕົ້ມນ້ຳດື່ມຊ່ວຍເຮັດໃຫ້ເລືອດໄຫຼ່ວຽນໄດ້ດີ, ຕົ້ມລ້າງແຜສົດ, ແຜເປືອຍ, ແຜອັກເສບ, ຝີໜອງ ແລະ ຕຸ່ມຊ່ວຍໃຫ້ເລືອດໄຫຼວຽນໄດ້ດີ.

ຄຸນປະໂຫຍດ: 

  • ເປືອກ: ມີຄວາມໜຽວ ແລະ ທົນທາສາມາດນຳມາເຮັດເຊືອກໄດ້. 
  • ແກ່ນ: ໃຫ້ນ້ຳມັນ ຫຼື ສາມາດໃຊ້ເຮັດໄວນ໌ໄດ້.
  • ເສັ້ນໄຍຈາກເປືອກ: ນຳມາເຮັດເປົາ ແລະ ແຫຈັບປາ.
ການປະກອບສ່ວນ