ຕົ້ນເຂົ້າສານປ່າ

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Pavetta tomentosa Roxb. ex Sm. / Rubiaceae
ຊື່ພ້ອງ
Ixora tomentosa (Roxb. ex Sm.) Thwaites
Ixora tomentosa Roxb. ex Sm.
Ixora tomentosa var. roxburghii Kurz
Pavetta indica var. mollis Bremek.
Pavetta indica subsp. tomentosa (Roxb. ex Sm.) Bennet
Pavetta indica var. tomentosa (Roxb. ex Sm.) Hook.f.
Pavetta praecox Bremek.
Pavetta tomentosa var. roxburghii (Kurz) Bremek.
Pavetta velutina Wall.
ຊື່ອື່ນ
ໄທ: ເຂົ້າສານປ່າ, ກະດູກງູເຫຼື່ອມ, ເຂັມຂາວ, ເຂັມປ່າ ແລະ ເຂັມແພະ.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນຕັ້ງຊື່, ສູງ 1-5 ມ, ແຕກກິ່ງກ້ານຈຳນວນຫຼາຍ, ຜິວລຽບ ຫຼື ມີຂົນອ່ອນນຸ້ມເລັກນ້ອຍ, ກິ່ງອ່ອນມີຂົນປົກຄຸມ, ເປືອກຕົ້ນສີນ້ຳຕານອົມບົວ, ຜິວລຽບ ແລະ ລອກອອກເລັກນ້ອຍ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບຮີແກມຮູບຂອບຂະໜານ ຫຼື ຮູບໄຂ່ແກມຮູບຂອບຂະໜານ, ກວ້າງ 4-10 ຊມ, ຍາວ 8-15 ຊມ, ໂຄນໃບຮູບຫຼິ່ມ, ຂອບລຽບ, ປາຍມົນ ຫຼື ແຫຼມ, ແຜ່ນໃບບາງຄ້າຍເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ມີຂົນສັ້ນນຸ້ມກະຈາຍຢູ່ທົ່ວ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ້ມກະຈາຍຢ່າງໜາແໜ້ນ. ກ້ານໃບຍາວ 1-1.5 ຊມ, ມີຂົນ. ຫູໃບຢູ່ລະຫວ່າງກ້ານໃບ, ຮູບສາມຫຼ່ຽມ, ກວ້າງ 5-6 ມມ, ຍາວ 3-7 ມມ, ດ້ານນອກມີຂົນສັ້ນ, ຫຼົ່ນງ່າຍ. ຊໍ່ດອກແບບກະຈຸກແຕກແໜ່ງ, ອອກຕາມງ່າມໃບໃກ້ກັບປາຍກິ່ງ, ຍາວປະມານ 15 ຊມ, ຮູບກົມ. ດອກຍ່ອຍຈຳນວນຫຼາຍ, ສີຂາວ, ມີກິ່ນຫອມ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດແຄບ, ຍາວປະມານ 10 ມມ, ປາຍແຍກອອກເປັນ 4 ກີບ, ເກສອນເພດຜູ້ມີ 4 ອັນ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກວ້າງ 2-3 ມມ, ຍາວ 6-7 ມມ. ເກສອນເພດຜູ້ມີ 4 ອັນ, ຈັບຢູ່ປາຍຫຼອດກີບດອກສະຫຼັບກັບແສກກີບດອກ, ກ້ານຊູຖົງລະອອງຮູບຂອບຂະໜານ, ຍາວ 4-5 ມມ. ເຕົ້າໄຂ່ຈັບລຸ່ມ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ປາຍຮວງຮັບຍາວປະມານ 2 ມມ. ໝາກຮູບກົມ​ ຫຼື ຮູບໄຂ່, ຜິວຄ້າຍແພຈຸລັງ, ເສັ້ນຜ່າສູນກາງ 4-6 ມມ, ດ້ານໃນແຂງ, ມີ 2 ພູ, ໝາກອ່ອນສີຂຽວ, ຜິວລຽບມັນ, ໝາກແກ່ເປັນສີດຳ. ແກ່ນມີ 2 ແກ່ນ, ສີນ້ຳຕານ.

   ພົບທົ່ວໄປໃນປ່າໂຄກ, ປ່າປະສົມ ແລະ ປ່າດົງດິບ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ຕົ້ມດື່ມຊ່ວຍກະຕຸ້ນນ້ຳນົມ, ຊ່ວຍກະຕຸ້ນສຳລັບແມ່ຍິງເກີດລູກຊ້າກວ່າກຳນົດ, ແກ້ບິດ, ຊ່ວຍຂັບເສມຫະໃນທ້ອງ ແລະ ຊ່ວງເອິກ.
  • ຮາກ ຫຼື ລຳຕົ້ນ: ໃຊ້ປະສົມສະໝູນໄພອື່ນຫຼາຍຊະນິດຕົ້ມດື່ມຮັກສາມະເຮັງ. 
  • ເປືອກ: ຕຳເອົານ້ຳຢອດຫູຊ່ວຍຂ້າແມງໄມ້ເຂົ້າຫູ.
  • ໃບ: ມີລົດເບື່ອເມົາຮັກສາພະຍາດພາຍໃນດັງ, ຂ້າພະຍາດພິດ, ນຳມາຕົ້ມແກ້ອາການໄຂ້, ຊ່ວຍຂັບປະຈຳເດືອນຂອງແມ່ຍິງ, ແກ້ອາການຈຸກສຽດ, ຊ່ວຍຂັບລົມ, ບຳລຸງທາດ, ລະງັບອາການເຈັບບາດແຜ ແລະ ການເຈັບຈາກການຖືກກະທົບ.
  • ຮາກ ແລະ ໃບ: ໃຊ້ພອກຝີ, ໃຊ້ຮັກສາລິດຊີດວງທະວານ ແລະ ແກ້ຫິດ.
  • ດອກ: ແກ້ຕາແດງ ແລະ ອາການເຈັບຕາ.
  • ໝາກ: ຮັກສາລິດຊີດວງ ແລະ ເນື້ອງອກໃນດັງ.

ພືດປະດັບ: ປັດຈຸບັນໄດ້ຖືກນຳມາປູກເປັນພືດປະດັບເນື່ອງຈາກວ່າມັນມີດອກທີ່ສວຍງາມ ແລະ ມີກິ່ນຫອມ.

ການປະກອບສ່ວນ