ຕົ້ນໝີ່ / Indian Laurel

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Litsea glutinosa (Lour.) C.B.Rob. / Lauraceae
ຊື່ພ້ອງ
Camellia integrifolia Choisy
Cylicodaphne sebifera Blume
Decapenta involucrata Raf.
Dodecadenia robusta Zoll. & Moritzi
Litsea apetala (Roxb.) Pers.
Litsea chinensis Lam.
Litsea glutinosa var. glutinosa
Litsea laurifolia (Jacq.) Cordem.
Litsea sebifera Pers.
Sebifera glutinosa Lour.
Tetranthera apetala Roxb.
Tetranthera laurifolia Jacq.
Tetranthera sebifera Spreng.
Tomex sebifera Willd.
ຊື່ອື່ນ
ໄທ: ໝີເໝັນ ແລະ ໝີ່.
ອັງກິດ: Indian Laurel ແລະ Pond spice.
Chinese: Chan gao mu jiang zi.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນ. ລຳຕົ້ນສູງ 10-18 ມ, ເປືອກຕົ້ນສີເທົາ ຫຼື ສີນ້ຳຕານ, ບໍລິເວນກິ່ງອ່ອນມີຂົນອ່ອນນຸ້ມ. ໃບດ່ຽວ, ຮຽງສະຫຼັບ, ຮູບຮີ, ຮູບຂອບຂະໜານ​ ຫຼື ຮູບໄຂ່ປີ້ນ, ມັກອອກເປັນກຸ່ມບໍລິເວນປາຍຍອດ, ກວ້າງ 5-9 ຊມ, ຍາວ 10-20 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍມົນ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນ, ເນື້ອໃບຂ້ອນຂ້າງໜາ ແລະ ມີກິ່ນຫອມສະເພາະຕົວ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກບໍລິເວນງ່າມໃບ ແລະ ປາຍຍອດ, ດອກແຍກເພດຢູ່ຄົນລະຕົ້ນ. ດອກຍ່ອຍຈຳນວນຫຼາຍ, ສີເຫຼືອງ, ຮູບຈວຍ, ມີຂົນອ່ອນນຸ້ມ, ບໍ່ມີກີບດອກ. ຊໍ່ດອກເພດຜູ້ມີດອກຍ່ອຍ 6-10 ດອກ. ກີບລວມຫຼຸດຂະໜາດຍັງ 1-2 ກີບ ຫຼື ບໍ່ມີເລີຍ. ເກສອນເພດຜູ້ມີ 9-20 ອັນ. ຊໍ່ດອກເພດແມ່ກີບລວມຫຼຸດຂະໜາດເຫຼືອພຽງເລັກນ້ອຍ ຫຼື ບໍ່ມີເລີຍ. ໝາກຮູບກົມ ຫຼື ຮູບໄຂ່, ຜິວລຽບມັນ, ໝາກອ່ອນສີຂຽວ, ໝາກແກ່ສີມ່ວງເຂັ້ມເກືອບດຳ. ແກ່ນມີ 1 ແກ່ນ, ແຂງ.

ພົບຕາມປ່າປະສົມ, ປ່າໂຄກ ແລະ ປ່າດົງດິບ.

ບັນຍາຍການນຳໃຊ້

ອາຫານ:
    ໝາກສຸກ: ສາມາດກິນໄດ້.
ສັບພະຄຸນ:
    ຮາກ: ຮັກສາອາການເຈັບກ້າມເນື້ອ, ຝົນທາຝີແກ້ອັກເສບ, ເປັນຢາຮັກສາແຜ ແລະ ບຳລຸງກຳລັງ.
    ເປືອກ: ຕົ້ມດື່ມຊ່ວຍຮັກສາພະຍາດໄຂ້ຫວັດ, ຝົນທາແກ້ຝີ, ຮັກສາແຜ, ແກ້ບິດ, ແກ້ອາການຖອກທ້ອງ, ແກ້ເຈັບມົດລູກ, ແກ້ອາການເຈັບຕາມກ້າມເນື້ອ, ຝົນທາແກ້ພິດແມງໄມ້ກັດ, ຮັກສາຜືນຄັນ, ແສບຮ້ອນ ແລະ ບົດເປັນຜົງປະສົມນ້ຳ ຫຼື ນ້ຳນົມທາແກ້ແຜອັກເສບ.
    ໃບ: ຊ່ວຍຂັບປັດສະວະ ແລະ ແກ້ອາການຄັນຄາຍຜິວໜັງ.
    ໃບ ແລະ ແກ່ນ: ຕຳພອກຝີ ແລະ ແຜເປັນໜອງແກ້ອາການເຈັບ.
    ໃບ ແລະ ໝາກດິບ: ໃຫ້ນ້ຳມັນໃຊ້ສຳລັບຖູ ແລະ ນວດແກ້ອາການເຈັບ.
    ເປືອກ, ຮາກ ແລະ ໃບ: ໃຊ້ເປັນຢາແກ້ໄຂ້, ຮັກສາອາການບວມ, ອາການຖອກທ້ອງ ແລະ ຍັງໃຊ້ເຂົ້າໃນການຮັກສາວັນນະໂລກ.
    ແກ່ນ: ຕຳເປັນຢາພອກຫົວຝີ.
    ໃບ ແລະ ຢາງ: ໃຊ້ເປັນຢາພອກແກ້ຝົກຊ້ຳ ແລະ ບວມ.

ນ້ຳມັນຫອມລະເຫີຍ:
    ແກ່ນ: ມີນ້ຳມັນຫອມລະເຫີຍໃຊ້ສຳລັບເຮັດທຽນ ແລະ ສະບູ
ຄຸນປະໂຫຍດ:
    ໃບ: ນຳມາບົດໃຫ້ລະອຽດໃຊ້ສະຜົມຂ້າເຫົາ, ໃຊ້ຍ້ອມສີຜ້າໂດຍໃຫ້ສີຂຽວ ແລະ ໃຊ້ຫໍເຂົ້າໜົມ.
ສານທີພົບ:
    ຮາກ: ໃຫ້ເສັ້ນໄຍທີ່ໃຊ້ສຳລັບຜະລິດເຊືອກ ແລະ ເຍື້ອເຈ້ຍ.
    ເປືອກ ແລະ ເນື້ອໄມ້: ມີສານ contain ເຊິ່ງໃຊ້ເປັນສານຍຶດເກາະໄດ້.
    ແກ່ນ: ພົບນ້ຳມັນ 50% ໃຊ້ສຳລັບເຮັດສະບູ.
    ສານສະກັດຈາກເປືອກ: ໃຊ້ເປັນສ່ວນປະສົມໃນເຄື່ອງສຳອາງເພື່ອການຄ້າ ແລະ ເປັນຜະລິດຕະພັນບຳລຸງຜິວ.
    ສານສະກັດຈາກໃບ: ໃຊ້ເປັນສ່ວນປະສົມໃນເຄື່ອງສຳອາງໂດຍສານ preparations ເຊິ່ງເປັນສານໃຫ້ຄວາມຊຸ່ມ ແລະ ປັບສະພາບຜິວ.
    ເນື້ອໄມ້: ໃຊ້ສຳລັບເຮັດເຟີນິເຈີ.

ການປະກອບສ່ວນ