ພູ່ທອງ

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Argyreia thorelii Gagnep/Convolvulaceae
ຊື່ພ້ອງ
ຊື່ອື່ນ
ໄທ: ຂີ້ຈຽກ, ເຄືອພູທອງ ແລະ ຕຳແຍດິນ.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເລືອ, ມີຫົວໃຕ້ດິນ, ມີຂົນຍາວປົກຄຸມທຸກພາກສ່ວນຂອງລຳຕົ້ນ, ໃບ, ຊໍ່ດອກ, ໃບປະດັບ ແລະ ກາບດອກຢ່າງໜາແໜ້ນ, ຂົນສີນ້ຳຕານ ຫຼື ສີທອງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບແຖບ, ຮູບຂອບຂະໜານ ຫຼື ຮູບຫອກ, ກວ້າງ 1.2-2.5 ຊມ, ຍາວ 8-14 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຕິ່ງແຫຼມ, ແຜ່ນໃບດ້ານລຸ່ມສີຂຽວອ່ອນ. ກ້ານໃບຮູບກົມ, ຍາວ 0.7-1 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ. ກ້ານຊໍ່ດອກຍາວ 1-1.5 ຊມ. ດອກຍ່ອຍມີ 3-7 ດອກ. ກ້ານດອກຍາວປະມານ 5 ມມ. ໃບປະດັບດອກຮູບຫອກ, ຍາວ 0.8-1.2 ຊມ, ຕິດທົນ. ກາບດອກມີ 5 ກາບ, ຮູບຫອກ ຫຼື ຮູບແຖບ, ປາຍແຫຼມ, ມີຂົນຍາບແຂງສີນ້ຳຕານ, ຂະໜາດບໍ່ເທົ່າກັນ, ກາບຄູ່ນອກຍາວ 1.8-2 ຊມ, 3 ກາບໃນຊັ້ນກ່ວາ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 4-5 ຊມ, ປາຍແຍກອອກເປັນ 5 ແສກ, ຍາວປະມານ 2 ຊມ, ປາຍແຫຼມ, ສີຂາວ. ເກສອນເພດຜູ້ມີ 5 ອັນ, ຍື່ນພົ້ນຫຼອດກີບດອກອອກມາ, ຍາວ 3.8-4 ຊມ, ໂຄນກ້ານຊູຖົງລະອອງແຜ່ກວ້າງອອກ, ຖົງລະອອງຮູບລູກສອນ. ເຕົ້າໄຂ່ມີ 2 ຫ້ອງ, ກ້ານຊູຖົງລະອອກຍາວເທົ່າກັນ. ໝາກຮູບກົມ, ແຫ້ງແລ້ວແຕກ. ແກ່ນມີຈຳນວນຫຼາຍ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ຕົ້ມດື່ມແກ້ໄອ, ຮັບປະທານສົດເປັນຢາລະບາຍ.
ການປະກອບສ່ວນ