ມອກບໍ່ວາຍ / Sundew
APA 6th ed. ມອກບໍ່ວາຍ / Sundew. (2022, August 1). Retrieved from https://www.phakhaolao.la/kb/0001333
MLA 8th ed. ມອກບໍ່ວາຍ / Sundew. Pha Khao Lao, 1 August 2022, https://www.phakhaolao.la/kb/0001333.
Chicago 17th ed. Pha Khao Lao. 2022. "ມອກບໍ່ວາຍ / Sundew." Published August 1, 2022. https://www.phakhaolao.la/kb/0001333.
Drosera dietrichiana Rchb.f.
ອັງກິດ: Sundew.
Hindi: मुखजली Mukhajali.
Kannada: ಕ್ರಿಮಿಬಮ್ಧ Krimibamdha ແລະ ಹುಳ ಹಿಡಕ ಗಿಡ Hula Hidaka Gida.
Marathi: दवबिंदु Davabindu.
Assamese: Rod-mukuta.
ChinaG 锦地罗.
vietnam: Bèo đất, Cỏ bắt ruồi, Cỏ tỹ gà, Cỏ trói gà, Cẩm địa la ແລະ Trường lệ burmann.
ເປັນພືດລົ້ມລຸກຂະໜາດນ້ອຍ, ອາຍຸຫຼາຍປີ, ເປັນພືດກິນແມງໄມ້. ລຳຕົ້ນສັ້ນ, ສູງ 1-2 ຊມ. ໃບດ່ຽວ, ຮຽງແບບກະຈຸກໃກ້ຮາກ, ອອກວຽນສະຫຼັບເປັນແນວລັດສະໝີ, ຮຽງຊ້ອນຕິດກັນ 2-4 ຊັ້ນ, ເສັ້ນຜ່າສູນກາງ 1-3 ຊມ, ຮູບບ່ວງ ຫຼື ຮູບໄຂ່ປີ້ນ, ໃບປ່ຽນຮູບໄປເຮັດໜ້າທີ່ຈັບແມງໄມ້, ກ້ວາງ 3-4 ມມ, ຍາວ 4-5 ມມ, ໂຄນໃບຮຽວແຫຼມ, ປາຍມົນ, ສີຂຽວອ່ອນປົນແດງ, ຜິວດ້ານເທິງ ແລະ ຂອບໃບມີຂົນຍາວສີແດງ, ປາຍຂົນມີຍົດນ້ຳໜຽວໃສ. ກ້ານໃບສັ້ນ, ຫູໃບຮູບແຖບ, ແຍກເປັນ 2 ແສກ. ຊໍ່ດອກແບບກະຈະ. ກ້ານດອກຮູບກົມ, ຍາວ 5-15 ຊມ, ສີແດງ. ດອກຍ່ອຍສີແດງ, ຈັບຮຽງສະຫຼັບເປັນແຖວດຽວບໍລິເວນປາຍກ້ານ. ກາບດອກມີ 5 ກາບ, ສີຂຽວປົນສີປົນສີນ້ຳຕານແດງ. ກີບດອກມີ 5 ກີບ, ສີຂາວ ຫຼື ສີບົວອ່ອນ. ເກສອນເພດຜູ້ມີ 5 ອັນ, ເກສອນເພດຜູ້ມີ 5 ອັນ, ແຍກຈາກກັນອິດສະຫຼະ. ໝາກຮູບກົມ, ມີຂະໜາດນ້ອຍ, ເມື່ອແຫ້ງແລ້ວແຕກ.
ລັກສະນະວິໄສ: ພົບທົ່ວໄປຕາມທົ່ງຫຍ້າໂລ່ງ, ຕາມດິນຊາຍທີ່ມີຄວາມຊຸ່ມໃນທົ່ງນາ, ມັກນ້ຳປານກາງ ຫຼື ຫຼາຍ ແລະ ມັກອງແດດຕະຫຼອດວັນ.
ການກະຈາຍພັນ: ຂະຫຍາຍພັນດ້ວຍແກ່ນ ແລະ ຂະຫຍາຍຕົວໄດ້ໄວ, ອອກດອກໃນຊ່ວງເດືອນພຶດສະພາ ຫາ ເດືອນທັນວາ.
ພຶດຕິກຳ: ເມື່ອມີແມງໄມ້ມາຕິດຂົນໃບຈະມ້ວນເຂົ້າເພື່ອກົດແມງໄມ້ ແລະ ປ່ອຍນ້ຳຍ່ອຍອອກມາ.
ສັບພະຄຸນ:
- ທັງຕົ້ນ: ນຳມາຕາກແຫ້ງແລ້ວດອງເຫຼົ້າດື່ມແກ້ທ້ອງໃຄ່, ຕົ້ນສົດບົດໃຫ້ລະອຽດໃຊ້ທາແກ້ກາກເກື້ອນ, ຈຸລັງຜິວໜັງອັກເສບ, ຮັກສາງູກັດ, ນຳມາປຸ່ງເປັນຢາແກ້ບິດ, ຮັກສາຕ່ອມນ້ຳເຫຼືອງອັກເສບ, ແກ້ໄຂ້ມາລາເຣຍ ແລະ ເຮັດໃຫ້ຜິວໜັງແດງຈາກເລືອດຂັງ.
- ຕົ້ນ: ມີຣົດຊາດຂົມ ຄົນຈີນນິຍົມໃຊ້ເປັນຢາແກ້ບິດ, ແກ້ຕ່ອມນ້ຳເຫຼືອງອັກເສບ, ແກ້ໄຂ້ມາລາເຣຍ ແລະ ໃຊ້ທາຖູໜວດພາຍນອກ.
- ນ້ຳເມືອກໃສບໍລິເວນປາຍຂົນ: ມີໄວ້ເພື່ອັບແມງໄມ້.
ພືດປະດັບ: ຖືກນຳມາໃຊ້ເປັນພືດປະດັບ.