ສີໄຄຫອມ / Citronella Grass

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Cymbopogon nardus (L.) Rendle/POACEAE
ຊື່ພ້ອງ
Andropogon citrosus Steud.
Andropogon confertiflorus Steud.
Andropogon grandis Nees ex Steud.
Andropogon hamulatus Nees ex Steud.
Andropogon khasianus (Hack.) Munro ex Duthie
Andropogon nardus L.
Andropogon nardus var. confertiflorus (Steud.) Stapf ex Bor
Andropogon nardus subsp. grandis (Nees) Hack.
Andropogon nardus var. luridus Hook.f.
Andropogon nardus subsp. nilagiricus Hack.
Andropogon nardus var. prolixus Stapf
Andropogon nardus var. validus Stapf
Andropogon nilagiricus Hochst.
Andropogon pseudohirtus Steud.
Andropogon thwaitesii Hook.f.
Cymbopogon afronardus Stapf
Cymbopogon claessensii Robyns
Cymbopogon confertiflorus (Steud.) Stapf
Cymbopogon nardus var. confertiflorus (Steud.) Bor
Cymbopogon nardus var. grandis (Nees ex Steud.) Haines
Cymbopogon nardus var. luridus (Hook.f.) N.Rama Rao
Cymbopogon nardus var. nardus
Cymbopogon nardus subsp. nilgiricus Hack.
Cymbopogon prolixus (Stapf) E.Phillips
Cymbopogon thwaitesii (Hook.f.) Willis
Cymbopogon validus (Stapf) Stapf ex Burtt Davy
Cymbopogon validus var. lysocladus Stapf
Cymbopogon virgatus Stapf ex Bor
Sorghum nardus (L.) Kuntze
Sorghum nardus var. grandis (Nees ex Steud.) Kuntze
ຊື່ອື່ນ
ໄທ: ສີໄຄຫອມ, ສີໄຄຜັກກູດ ແລະ ສີໄຄແດງ.
ອັງກິດ: Citronella Grass ແລະ Ceylon Citronella.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກອາຍຸຫຼາຍປີ. ລຳຕົ້ນເປັນລຳເຫງົ້າຢູ່ໃຕ້ດິນ, ມີລຳຕົ້ນທຽມຢູ່ເໜືອດິນ, ສູງ 1-2 ມ, ມີລັກສະນະເປັນຂໍ້ປ້ອງ, ຮູບຊົງກະບອກ, ຜິວລຽບ, ສີມ່ວງປົນສີແດງ, ມີກິ່ນຫອມຕ່າງຈາກຫົວສີໄຄແກງທຳມະດາ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບແຖບ ຫຼື ຮູບຂອບຂະໜານ, ກວ້າງ 1-2.5 ຊມ, ຍາວ 60-120 ຊມ, ໂຄນໃບແຜ່ກວ້າງອວບລຳຕົ້ນໄວ້, ຂອບລຽບຄົມ, ປາຍແຫຼມ, ສີຂຽວ. ຊໍ່ດອກແບບແຕກແໜ່ງແບບປະສົມ, ທີຊໍ່ປະສົມຍ່ອຍມີ 4-5 ຊໍ່, ອອກບໍລິເວນປາຍ, ຍາວປະມານ 1 ມ. ດອກຍ່ອຍຈຳນວນຫຼາຍ, ຂະໜາດນ້ອຍ, ມີສີນ້ຳຕານແດງ.

ບັນຍາຍການນຳໃຊ້

ອາຫານ: 

  • ລຳຕົ້ນທຽມ ຫຼື ຫົວ: ໃຊ້ປຸງແຕ່ງກິ່ນອາຫານ ແຕ່ບໍ່ນິຍົມ.

ສັບພະຄຸນ: 

  • ເຫງົົ້າ: ໃຊ້ເປັນຢາບີບມົດລູກ, ຂັບປະຈຳເດືອນ, ຂັບລະດູຂາວ, ຂັບປັດສະວະ, ຂັບລົມໃນລຳໄສ້ແກ້ອາການຈຸກສຽດແໜ້ນທ້ອງ, ແກ້ປວດຮາກ, ປາກແຫ້ງປາກແຕກ, ຮັກສາແຜໃນປາກ, ຮັກສາຕານຊ້າງໃນລີ້ນ ແລະ ປາກ, ບຳລຸງທາດໄຟ, ແກ້ເລືອດລົມບໍ່ປົກກະຕິ, ແກ້ໄຂ້ ແລະ ແກ້ລິດຊີດວງ.
  • ທັງຕົ້ນ: ເຮັດໃຫ້ບີບໂຕສາມາດເຮັດໃຫ້ລຸລູກໄດ້, ຂັບເລືອດ, ຂັບລົມໃນລຳໄສ້, ແກ້ແໜ້ນທ້ອງ, ແກ້ລິດຊີດວງໃນປາກ. 
  • ເຫງົ້າ, ລຳຕົ້ນ ແລະ ໃບ: ແກ້ອາການວິນຫົວ, ແກ້ລົມ, ແກ້ອາການປ່ວນທ້ອງປວດຮາກ, ບຳລຸງທາດໄຟ, ແກ້ໄຂ້ຕົວຮ້ອນ, ແກ້ເລືອດດັງໄຫຼ, ທາຄາຍເສັ້ນ, ແກ້ລົມອຳມະພາດ, ແກ້ຕະຄິວ ແລະ ແກ້ເມື່ອຍ.

ຄຸນປະໂຫຍດ:

  • ນ້ຳມັນຫອມລະເຫີຍຈາກຕົ້ນ: ຊ່ວຍຂ້າໄຂ່ ແລະ ປ້ອງກັນການໂຕເຕັມໄວຂອງດ້ວງຖົ່ວຂຽວ, ຊ່ວຍຕ້ານຢີສທີ່ຈະເລີນເຕີບໂຕໄດ້ດີໃນໄຂມັນ ເຊິ່ງເປັນສາເຫດຂອງການເກີດຄັນແຄ ແລະ ຊ່ວຍບຳລຸງເສັ້ນຜົມ, 
  • ສານສະກັດຈາກຫົວສີໄຄ: ຊ່ວຍກຳຈັດເພ້ຍທີ່ເຂົ້າມາທຳລາຍພືດ.
  • ໃບ ແລະ ກາບ: ນຳມາກັ່ນນ້ຳມັນຫອມລະເຫີຍກັນຍຸງ ແລະ ແມງໄມ້ກັດ.

ສ່ວນປະກອບທາງເຄມີ: 

  • ນ້ຳມັນຫອມລະເຫີຍ: ພົບສານທີ່ສຳຄັນດັງນີ້ camphor, borneol, cineol, eugenol, methyl eugenol, citral,  dipententenre,  linalool, citronellal, citronellol ແລະ geraniol.

ຂໍ້ຄວນລະວັງ: 

  • ແມ່ຍິງມີລູກບໍ່ຄວນຮັບປະທານທັງແບບສົດ ຫຼື ແບບຢາຕຳລັບທີ່ສີໃຄຫອມເພາະຈະເຮັດໃຫ້ມົດລູກບີບຕົວອາດເຮັດໃຫ້ລຸລູກໄດ້.
  • ການໃຊ້ເປັນສະເປສີດຢາກັນຍຸງ ຫຼື ທາກັນຍຸງບໍ່ຄວນທາບໍລິເວນໜ້າ ຫຼື ຜິວອ່ອນ, ບໍ່ຄວນໃຊ້ກັບເດັກຕ່ຳກ່ວາ 6 ປີ. 
ການປະກອບສ່ວນ