ງາຂາວ / Nga khao

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Sesamum orientale L. / PEDALIACEAE
ຊື່ພ້ອງ
Dysosmon amoenum Raf.
Sesamum africanum Tod.
Sesamum occidentalis Heer & Regel
Sesamum oleiferum Sm.
Sesamum orientale L.
Volkameria orientalis (L.) Kuntze
ຊື່ອື່ນ
ໄທ: ງາ, ງາຂາວ ແລະ ນິຊົວ.
ຈີນ: 你在哪里
ອັງກິດ: Sesame seeds (white), Sesame, Beniseed, Gingelly ແລະ Simsim.
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ. ລຳຕົ້ນຊື່, ສູງ 50-150 ຊມ, ບໍ່ແຕກກິ່ງຂະກ້ານ ຫຼື ແຕກກິ່ງກ້ານນ້ອຍ, ລຳຕົ້ນອວບນ້ຳ, ລັກສະນະເປັນ 4 ຫຼ່ຽມ, ມີຂົນສັ້ນນຸ່ມປົກຄຸມຢ່າງໜາແໜ້ນ, ເປືອກລຳຕົ້ນບາງ, ສີຂຽວເຂັ້ມ ຫຼື ສີຂຽວອົມມ່ວງ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຫອກ, ກວ້າງ 3-5 ຊມ, ຍາວ 8-15 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ, ແຜ່ນມບມີຂົນປົກຄຸມຢ່າງໜາແໜ້ນ. ກ້ານໃບຮູບກົມ, ຍາວປະມານ 5 ຊມ, ສີຂຽວ ຫຼື ສິມ່ວງອົມແດງ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກຕາມງ່າມໃບ. ດອກຍ່ອຍມີ 1-3 ດອກ, ສີຂາວ, ສີບົວ ຫຼື ສີມ່ວງ. ກ້ານດອກຍາວ 3-5 ມມ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຮູບໂຖ, ຍາວ 4-7 ຊມ, ປາຍແຍກອອກເປັນ 2 ແສກ, ຫ້ອຍລົງ, ກີບລຸ່ມປາຍແຍກເປັນ 3 ແສກ. ເກສອນເພດຜູ້ມີ 4 ອັນ ຫຼື 2 ຄູ່, ບໍ່ສະເໝີກັນ. ເຕົ້າໄຂ່ຍາວ 1.5-2 ຊມ, ປາຍຮວງຮັບແຍກອອກເປັນ​ 2-4 ແສກ. ໝາກເປັນຝັກ, ຍາວ 2-3 ຊມ, ໝາກອ່ອນຮູບຊົງກະບອກ ຫຼື ຮູບທໍ່ກົມ, ເມື່ອແກ່ຈະແປເປັນຮ່ອງຕາມລວງຍາວ, ເປືອກໜາ, ມີຂົນປົກຄຸມໜາແໜ້ນ, ສີຂຽວເຂັ້ມ, ໝາແກ່ແລ້ວແຕກ, ສີດຳອົມເທົາ. ແກ່ນມີຈຳນວນຫຼາຍ, ຊ້ອຍຮຽງກັນຕາມຊ່ອງພູ, ຮູບໄຂ່, ສີຂາວ ແລະ ມີກິ່ນຫອມ.

ບັນຍາຍການນຳໃຊ້

ອາຫານ: 

  • ແກ່ນ: ນຳມາປຸງອາຫານ, ປະສົມເຂົ້າໜົມ ແລະ ອາຫານຫວານຫຼາຍຢ່າງ.

ສັບພະຄຸນ: 

  • ດອກ: ຮັກສາຂີ້ກະຕອດ.
  • ແກ່ນ: ເປັນຢາລະບາຍອ່ອນ, ບຳລຸງກຳລັງ, ເຮັດໃຫ້ຜິວຊຸ່ມຊື່ນ, ຊ່ວຍບຳລຸງກະດູກ ແລະ ແຂ້ວ, ເຮັດໃຫ້ນອນຫຼັບສະບາຍ, ຊ່ວຍຫຼຸດຄໍເຣສເຕີຣໍໃນເລືອດ, ບຳລຸງຫົວໃຈ, ກະຕຸ້ນລະບົບຂັບຖ່າຍ, ບຳລຸງສະໝອງ, ປ້ອງກັນພະຍາດເອົາໄຊເມີ, ແກ້ປັດສະວະ ຫຼື ອຸຈະລະຂັດ, ແກ້ຄວາມດັນເລືອດສູງ, ບັນເທົາອາການໄອແຫ້ງ, ບຳລຸງສະໝອງ, ເປັນຢາອາຍຸວັນນະ, ຂ້າພະຍາດເຂັມພິດ, ເຈັບຄໍ, ຄັດດັງ, ແພ້ອາກາດ, ເຈັບທ້ອງປະຈຳເດືອນ, ນອນບໍ່ຫຼັບ ແລະ ແກ້ອາການເຈັບຫົວ.
  • ນ້ຳມັນຈາກແກ່ນ: ໃຊ້ທາຮັກສາແຜ, ທາແກ້ເຂັດ, ຊ່ວຍຄາຍກ້າມເນື້ອ, ບຳລຸງເສັ້ນຜົມ, ຫຼຸດຄວາມສ່ຽງຕໍ່ກັບຫຼອດເລືອດ ແລະ ພະຍາດຫົວໃຈ, ບັນເທົາອາການເຈັບຂໍ້ອັກເສບ, ບຳລຸງກຳລັງ ແລະ ໃຫ້ຄວາມອົບອຸ່ນແກ່ຮ່າງກາຍ.

ສານສຳຄັນທີ່ພົບ: 

  • ແກ່ນ: ປະກອບດ້ວຍເກືອແຮ່ 4.1–6.5 %, ເຫຼັກ, ສັງກາສີ, ໄອໂອດີນ, ເຊເຣນຽມ, ແຄລຊຽມ ແລະ ຟອດສຟໍຣັສ. ເຊິ່ງມີແຄລຊຽມຫຼາຍກ່ວາພືດຊະນິດອື່ນ 20 ເທົາ.

ສິນຄ້າ: 

  • ແກ່ນ: ຂາຍເປັນສິນຄ້າຕາມທ້ອງຕະຫຼາດ ແລະ ນຳສົ່ງອອກ.
  • ນ້ຳມັນງາ: ນ້ຳມັນທີ່ສະກັດຈາກແກ່ນເປັນຜະລິດຕະພັນທີ່ວ່າງຂາຍຕາມທ້ອງຕະຫຼາດ. 

ຄຸນຄ່າທາງດ້ານໂພສະນາການ:

  • ແກ່ນ: ມີນ້ຳມັນ 44-58%, ໂປຣຕີນ 18-25%, ຄາໂບໄຮເດດ 13.5%, ນ້ຳມັນ 50%, ໄຂມັນອີ່ມຕົວ 35% ແລະ ໄຂມັນບໍ່ອີ່ມຕົວ 44%, 
  • ນ້ຳມັນງາ: ປະກອບມີໂປຣຕີນ 20%, ກົດໄຂມັນຈຳພວກ  oleic acid, linoleic acid, palmitic acid, stearic acid ແລະ ສານກຸ່ມ  oleic acid, linoleic acid, palmitic acid, stearic acid ແລະ ສານອື່ນເຊັ່ນ sitosterol.
  • ແກ່ນງາຂາວດິບ: ມີນ້ຳ 3.9 ກຼາມ, ພະລັງງານ 358 kcal, ໂປຣຕີນ 20.9 ກຼາມ, ໄຂມັນ 57.1 ກຼາມ, ຄາໂບໄຮເດດ 15.0 ກຼາມ, ໄຍອາຫານ 4.6 ກຼາມ, ເຄືອ 3.1 ກຼາມ, ຖານ 3.1 ກຼາມ, ແຄລຊຽມ 86 ມິນລີກຼາມ, ເຫຼັກ 7.4 ມິນລີກຼາມ, ຟອສຟໍຣັສ 650 ມິນລີກຼາມ, ໄທອາມີນ 1.08 ມິນລີກຼາມ, ໄຣໂບຟາຣີນ 0.11 ມິນລີກຼາມ ແລະ ໄນອາຊີນ 3.3 ມິນລີກຼາມ
ການປະກອບສ່ວນ