ເຄືືອຕັກແຕນດອກນ້ອຍ

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Merremia hederacea (Burm.f.) Hallier f. / Convolvulaceae
ຊື່ພ້ອງ
Convolvulus acetosellifolius Desr.
Convolvulus chryseides (Ker Gawl.) Spreng.
Convolvulus dentatus Vahl
Convolvulus flavus Willd.
Convolvulus lapathifolius Spreng.
Evolvulus hederaceus Burm. f.
Ipomoea acetosellifolia (Desr.) Choisy
Ipomoea chryseides Ker Gawl.
Ipomoea dentata (Vahl) Roem. & Schult.
Ipomoea subtriflora Zoll. & Moritzi
Lepistemon glaber Hand.-Mazz.
Lepistemon muricatum Span.
Merremia chryseides (Ker Gawl.) Hallier f.
Merremia convolvulacea Dennst. ex Hallier f.
ຊື່ອື່ນ
ໄທ: ສະອຶກ, ເຄືອສະອຶກ, ໝາກອຶກ ແລະ ສະອຶກດາລຶງ.
ຫວຽດນາມ: Bìm vàng.
ຈີນ: 魚黃草.
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເຄືອ, ມີຂໍ້, ມີຮາກອອກຕາມຂໍ້, ສີຂຽວ. ໃບດ່ຽວອອກຮຽງສະຫຼັບ, ຮູບຫົວໃຈ, ກວ້າງ 2-3 ຊມ, ຍາວ 1.5-7 ຊມ, ໂຄນໃບຮູບຫົວໃຈ, ຂອບເປັນແສກຕື້ນ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ. ກ້ານໃບແປ, ຍາວ 0.5-5 ຊມ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກຕາມງ່າມໃບ, ຍາວປະມານ 5 ຊມ. ດອກຍ່ອຍຈຳນວນຫຼາຍ, ສີເຫຼືອງສົດ. ກ້ານດອກຍາວ 2-5 ມມ. ໃບປະດັບຂະໜາດນ້ອຍ, ຫຼົ່ນໄວ. ກາບດອກຮູບໃບພາຍ, ຍາວປະມານ 5 ມມ, ກາບຄູ່ນອກຂະໜາດນ້ອຍກວ່າກີບຄູ່ໃນເລັກນ້ອຍ, ປາຍກີບເປັນຮ່ອງຕື້ນ. ກີບດອກເຊື່ອມຕິດກັນເປັນຮູບລະຄັງ, ປາຍແຍກອອກເປັນຮ່ອງຕື້ນ, ມີຕິ່ງແຫຼມຊີ້ອອກ, ຍາວ 0.6-1 ຊມ. ເກສອນເພດຜູ້ຍາວບໍ່ເທົ່າກັນ. ເຕົ້າໄຂ່ກ້ຽງ. ໝາກຮູບຮີ ຫຼື ເກືອບກົມ, ຍາວ 5-6 ມມ, ຜິວຍົ້ນເລັກນ້ອຍ. ແກ່ນຮູບສາມຫຼ່ຽມ ຫຼື ມົນ, ຜິວກ້ຽງ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ໃບ: ປະສົມກັບຂີ້ຫມິ້ນກັບເຂົ້າຫັກໃຊ້ຮັກສາຮອຍແຕກຕາມມື ແລະ ຕີນ.
  • ທັງຕົ້ນ: ຕົ້ມດື່ມ ຫຼື ແຊ່ນ້ຳທາແກ້ງູກັດ, ໃຊ້ຮັກສາຕ່ອມທອນຊິນອັກເສບ.
ການປະກອບສ່ວນ