ຄົງຄາເລືອດ / Khong Kha Leuth

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Arfeuillea arborescens Pierre ex Radlk. / Sapindaceae
ຊື່ພ້ອງ
Koelreuteria arborescens Pierre
ຊື່ອື່ນ
ໄທ: ສະໝູນໄພຄົງຄາເດືອດ, ຊ້າງເຜືອກ, ສະມຸຍກຸຍ, ຕະໄລ, ຕະໄລຄົງຄາ, ຄົງຄາເລືອດ ແລະ ໝາກເລັກນ້ອຍໝາກນ້ອຍ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນຕັ້ງຊື່, ສູງ 8-20 ມ, ແຕກກິ່ງກ້ານເປັນຟຸ່ມກົມ, ເປືອກລຽບ, ສີນ້ຳຕານອ່ອນ ຫຼື ສີເທົາ, ມີລາຍດ່າງສີຂາວກະຈາຍຢູ່ທົ່ວ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄູ່, ອອກວຽນສະຫຼັບ, ຍາວປະມານ 7 ຊມ. ກ້ານໃບຮູບກົມ, ຍາວ 1-2 ຊມ. ໃບຍ່ອຍມີ 5-6 ໃບ, ອອກຮຽງກົງກັນຂ້າມກັນ ຫຼື ເກືອບຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບໄຂ່, ກວ້າງ 2.4-5 ຊມ, ຍາວ 4.5-7 ຊມ, ໂຄນໃບບ້ຽວ​ ຫຼື ຮູບຫຼິ່ມ, ຂອບລຽບ ຫຼື ມີວັກຫ່າງໆ, ປາຍຮຽວແຫຼມ ຫຼື ວ້ຳເລັກນ້ອຍ, ຜິວໃບມີຂົນຍາວກະຈາຍບໍລິເວນໃກ້ເສັ້ນກາງໃບທັງສອງດ້ານ. ກ້ານໃບຍ່ອຍຍາວປະມານ 3 ມມ. ຊໍ່ດອກແບບແຕກແໜງ, ອອກຕາມປາຍຍອດ, ຍາວປະມານ 15 ຊມ. ຊໍ່ດອກຍ່ອຍເປັນຊໍ່ແບບກະຈຸກ, ຍາວ 2-4 ຊມ, ດອກແຍກເພດໃນຊໍ່ດອກດ່ຽວກັນ. ດອກຍ່ອຍຈຳນວນຫຼາຍ, ສີມ່ວງອົມຂຽວ ຫຼື ສີດຳອົມຂຽວ. ກາບດອກມີ 5 ກາບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່, ຍາວ 5-5.9 ມມ, ສີແດງອົມຂຽວ. ກີບດອກມີ 2-4 ກີບ, ຮູບໄຂ່ປີ້ນ, ຍາວປະມານ 3 ມມ, ສີຂາວ. ເກສອນເພດຜູ້ມີ 6-9 ອັນ, ກ້ຽງ, ກ້ານຊູຖົງລະອອງຍາວ 5-9 ມມ, ໃນດອກແມ່ຈະສັ້ນກ່ວາດອກຜູ້, ຖົງລະອອງຍາວປະມານ 1 ມມ. ເຕົ້າໄຂ່ມີ 3 ຫ້ອງ, ແຕ່ລະຫ້ອງມີເມັດໄຂ່ 2 ເມັດ, ມີຂົນກະຈາຍຢູ່ທົ່ວ, ໃນດອກເພດຜູ້ເປັນໝັນ. ໝາກຮູບຮີ, ມີລັກສະນະແບບແຄັບຊູນ, ກວ້າງປະມານ 2 ຊມ, ຍາວ 3.2-5.5 ຊມ, ມີປີກ 3 ປີກ, ໝາກແຫ້ງແລ້ວແຕກ, ສີນ້ຳຕານ. ແກ່ນຮູບໄຂ່ປີ້ນ, ຍາວ 5-5.5 ມມ, ສີດຳ, ມີຂົນສີນ້ຳຕານປົກຄຸມ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ເປືອກຕົ້ນ: ຕົ້ມດື່ມເປັນຢາແກ້ໄຂ້ ແລະ ແກ້ໄອ.
  • ເນື້ອໄມ້: ໃຊ້ຝົນກິນເປັນຢາຂ້າພະຍາດພິດ.
  • ເປືອກ ແລະ ເນື້ອໄມ້: ຊ່ວຍຈະເລີນອາຫານ, ຊ່ວຍດັບພິດໄຂ້, ແກ້ພິດຮ້ອນໃນກະຫາຍນ້ຳ, ໃຊ້ຕົ້ມອາບເປັນຢາແກ້ຊາງຕົວຮ້ອນ, ຮັກສາອາາກນຄັນ ແລະ ແກ້ອາການຄັນແຊບຮ້ອນຕາມຜິວໜັງ.
ການປະກອບສ່ວນ