ຫາງກະຫອກ / Setamoli

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Uraria lagopodioides (L.) DC. / FABACEAE
ຊື່ພ້ອງ
Doodia alopecuroides Roxb.
Doodia lagopodioides (L.) Roxb.
Hedysarum cercifolium (Desv.) Steud.
Hedysarum lagopodioides L.
Hedysarum lagopoides Burm.f.
Uraria aequilobata Hosok.
Uraria cercifolia Desv.
Uraria cylindracea Benth.
Uraria lagopoda St.-Lag.
Uraria lagopodioides var. alopecuroides (Roxb.) A.Pramanik & Thoth.
Uraria retusa Wall.
ຊື່ອື່ນ
ລາວ: ຫຍ້າຫາງເສືອນ້ອຍ ແລະ ຫາງກະຫອກ
ໄທ: ຫຍ້າຫາງອົ້ນ, ຂາງແມງໂບ້ງ ແລະ ຫາງກະຫອກ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ. ລຳຕົ້ນສູງ 40-60 ຊມ, ລຳຕົ້ນຮຽວຍາວ, ມີຂົນປົກຄຸມຢ່າງໜາແໜ້ນ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ອອກຮຽງກົງກັນຂ້າມ, ໃບຍ່ອຍຮູບໄຂ່, ມີຂະໜາດ 2.5-5 ຊມ, ທ້ອງໃບມີຂົນກະຈາຍຫ່າງໆ. ຊໍ່ດອກແບບຫາງກະຫອກ, ອອກບໍລິເວນງ່າມໃບ, ຍາວ 5-10 ຊມ. ດອກຍ່ອຍຈຳນວນຫຼາຍ, ອອກແໜ້ນໃນຊໍ່ດອກດຽວກັນ, ສີມ່ວງ. ກີບດອກຮູບດອກຖົ່ວ, ກີບມີ 5 ກີບ. ໃບປະດັບຮູບຮີ, ສີຂຽວ. ໝາກເປັນຝັກ, ຮູບຂອບຂະໜານ, ກວ້າງ 0.2-0.5 ຊມ, ຍາວ 1-2 ຊມ, ມີ 1-2 ຂໍ້, ໝາກແຫ້ງແລ້ວບໍ່ແຕກ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ນຳມາຝົນກັບນ້ຳປູນໃສທາຮັກສາຝີ, ແກ້ບວມ, ນຳມາຕົ້ມແກ້ຕັບອັກເສບ.
ການປະກອບສ່ວນ