ພາຍສະລຽງທົ່ງ
APA 6th ed. ພາຍສະລຽງທົ່ງ. (2021, August 19). Retrieved from https://www.phakhaolao.la/kb/0001310
MLA 8th ed. ພາຍສະລຽງທົ່ງ. Pha Khao Lao, 19 August 2021, https://www.phakhaolao.la/kb/0001310.
Chicago 17th ed. Pha Khao Lao. 2021. "ພາຍສະລຽງທົ່ງ." Published August 19, 2021. https://www.phakhaolao.la/kb/0001310.
Phaeneilema giganteum (Vahl) G.Brückn.
Commelina hookeriana Spreng.
Commelina gigantea Vahl
Aneilema nudiflorum F.Muell.
Aneilema giganteum var. gracilis Benth.
Aneilema giganteum (Vahl) R.Br.
ຈັດເປັນພືດລົ້ມລຸກ, ອາຍຸຫຼາຍປີ. ລຳຕົ້ນຕັ້ງຊື່, ສູງ 1-2 ມ, ຮູບກົມ, ແຂງ, ມີຂໍ້, ມີປ້ອງ, ຜິວລຽບ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບແຖບ, ໃບບໍລິເວນໂຄນຕົ້ນກວ້າງ 1-2 ຊມ, ຍາວ 15-40 ຊມ, ໃບບໍລິເວນລຳຕົ້ນນ້ອຍ, ຍາວ 5-7 ຊມ, ໂຄນໃບກົມ ຫຼື ຮູບຕັດ, ຂອບລຽບ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ. ກ້ານໃບເປັນກາບຫຸ້ມລຳຕົ້ນ. ຊໍ່ດອກແບບກະຈະ, ອອກຕາມປາຍຍອດ, ກ້ານຊໍ່ດອກຍາວປະມານ 20 ຊມ, ໂຄ້ງງໍລົງເລັກນ້ອຍ. ຊໍ່ດອກຍ່ອຍມີ 1-2 ຊໍ່, ຍາວປະມານ 7 ຊມ. ດອກຍ່ອຍມີ 4-8 ດອກ, ຍາວ 0.8-1.5 ຊມ, ສີມ່ວງ, ກ້ານດອກສັ້ນຫຼາຍ. ກາບດອກມີ 3 ກີບ, ຮູບຂອບຂະໜານ ຫຼື ຮູບຫອກ, ຍາວ 5-8 ມມ, ສີຂຽວປົນສີມ່ວງເຂັ້ມ. ກີບດອກມີ 3 ກີບ, ຮູບໄຂ່ກວ້າງ, ສີມ່ວງເຂັ້ມ. ເກສອນເພດຜູ້ມີ 6 ອັນ, ຍາວ 0.6-1.2 ຊມ, ເປັນໝັ່ນ 4 ອັນ, ບໍ່ສະໝ່ຳສະເໝີກັນ, ສີເຫຼືອງສົດ, ຖົງລະອອວຮູບຮີ, ຍາວປະມານ 2 ມມ, ບໍລິເວນໂຄນມີຂົນອ່ອນນຸ້ມກະຈາຍຢູ່. ເຕົ້າໄຂ່ຈັບເທິງ, ຄໍເຕົ້າໄຂ່ຍາວ 3-4 ມມ. ໝາກຮູບໄຂ່, ຍາວ 0.5-1 ມມ. ແກ່ນຍາວປະມານ 3 ມມ.
ສັບພະຄຸນ:
- ທັງຕົ້ນ: ຮັກສາອາການອັກເສບຂອງລຳໄສ້.