ຫຍ້າຢາງອຶງໃບນ້ອຍ / Chitrapala
APA 6th ed. ຫຍ້າຢາງອຶງໃບນ້ອຍ / Chitrapala. (2021, August 19). Retrieved from https://www.phakhaolao.la/kb/0001308
MLA 8th ed. ຫຍ້າຢາງອຶງໃບນ້ອຍ / Chitrapala. Pha Khao Lao, 19 August 2021, https://www.phakhaolao.la/kb/0001308.
Chicago 17th ed. Pha Khao Lao. 2021. "ຫຍ້າຢາງອຶງໃບນ້ອຍ / Chitrapala." Published August 19, 2021. https://www.phakhaolao.la/kb/0001308.
Chamaesyce scordiifolia (Jacq.) Croizat
Euphorbia thymifolia Forssk.
Euphorbia tomentosa Pers.
Xamesike scordiifolia (Jacq.) Raf.
ອັງກິດ: Nagarjuli, Shwet-karni, Close up of the flowers, Chitrapala, Nilappala, Sittrapaladai, Dhakti-dudhi ແລະ Nasrai koro phisa
ຈັດເປັນໄມ້ລົ້ມລຸກຂະໜາດນ້ອຍ, ມີອາຍຸພຽງປີ. ລຳຕົ້ນເປັນລຳເລືອ, ເລືືອເປັນວົງ ຫຼື ຕັ້ງຊື່ຂື້ນ, ມີຂະໜາດເສັ້ນຜ່າສູນກາງປະມານ 20 ຊມ, ແຕກກິ່ງກ້ານສາຂາຫຼາຍ, ສູງປະມານ 15 ຊມ, ສີບົວປົນສີນ້ຳຕານແດງ, ທຸກສ່ວນຂອງລຳຕົ້ນມີຂົນກະຈາຍຢູ່ທົ່ວ, ລຳຕົ້ນມີຢາງສີຂາວ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ, ຍາວ 4-9 ມມ, ໂຄນໃບບ້ຽວ, ຂອບແສກແຂ້ວເລື່ອຍແບບຫ່າງໆ, ປາຍມົນ ຫຼື ມີຕິ່ງໜາມ, ແຜ່ນໃບມີຂົນກະຈາຍຫ່າງໆທັງສອງດ້ານ. ກ້ານໃບຍາວປະມານ 1 ມມ, ກ້ຽງ. ຫູໃບຮູບແຖບ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ, ມີ 1-2 ຊໍ່, ບໍ່ມີກ້ານ. ດອກຍ່ອຍຂະໜາດນ້ອຍ, ດອກແຍກເພດໃນຕົ້ນດຽວກັນ, ສີບົວປົນແດງ. ໃບປະດັບດອກມີຫຼາຍ, ຮູບແຖບ, ຍາວປະມານ 1 ມມ. ດອກເພດຜູ້ຈັບຢູ່ດ້ານຂ້າງ, ມີຈຳນວນຫຼາຍ. ເກສອນເພດຜູ້ມີ 1 ອັນ, ກ້ານຊູຖົງລະອອງສັ້ນ, ຈັບເທິງກ້ານດອກ. ດອກເພດແມ່ມີ 1 ດອກ, ຈັບຢູ່ເທິງ. ເຕົ້າໄຂ່ມີ 3 ຫ້ອງ, ປາຍຮວງຮັບແຍກອອກເປັນ 3 ກ້ານ, ຍາວປະມານ 0.6 ມມ, ປາຍແຍກອອກເປັນ 3 ແສກ. ໝາກຮູບແຄບຊູນ, ມີ 3 ພູ, ຍາວປະມານ 1 ມມ, ມີຂົນສັ້ນກະຂາຍຫ່າງໆ. ກ້ານໝາກຍາວ 0.3-0.4 ມມ. ແກ່ນມີ 1 ແກ່ນຕໍ່ພູ, ສີເຫຼືອງປົນສີນ້ຳຕານ.
ສັບພະຄຸນ:
ຕົ້ນ: ແກ້ອາການຕົກໃຈງ່າຍໃນເດັກນ້ອຍ, ແກ້ໄຂ້ຈັບສັ່ນ, ແກ້ອາການເຈັບທ້ອງບິດຈາກແບັກມິເຣຍ, ຮັກສາອາການລຳໄສ້ອັກເສບ, ຄັ້ນເອົານ້ຳປະສົມກັບເຫຼົ້າແກ້ພິດສັດ, ແມງໄມ້ ແລະ ສັດເລືອຄານທີ່ມີພິດ, ຄັ້ນເອົານ້ຳແກ້ຂີ້ກາກ ແລະ ຮັກສາຕານເຕັ້ນຂຶ້ນຮອບແອວ.
ທັ້ງຕົ້ນ: ແກ້ຫູນ້ຳໜວກ, ແກ້ອາການທ້ອງຂີ້ຮາກ, ສາມາດຂ້າ ແລະ ຂັບຖ່າຍພະຍາດພິດ, ຮັກສາລິດຊີດວງທະວານທີ່ມີເລືອດອອກ, ຕຳພອກແຜພາຍນອກ, ຮັກສາຜື່ນຄັນ, ຜິວໜັງອັກເສບ, ແກ້ກາກນ້ຳນົມ, ແກ້ອາການອັກເສບ ແລະ ແກ້ມບວມ.
ໃບ: ໃຊ້ພອກແກ້ພິດງູກັດ, ຕຳພອກຮັກສາພະຍາດຜິວໜັງ ແລະ ແກ້ກະດູກເຄື່ອນ.
ໃບ ແລະ ແກ່ນ: ຕຳພອກຮັກສາແຜເຮັດໃຫ້ແຜຫາຍໄວຂຶ້ນ.
ໃບ ແລະ ທັ້ງຕົ້ນ: ຕຳພອກຮັກສາແຜພາຍນອກ.
ບໍ່ບອກສ່ວນນຳໃຊ້: ໃຊ້ເປັນຢາລະບາຍ.
ຂໍ້ມູນວິທະຍາສາດ:
ສານສະກັດເອທານອລ: ຂະໜາດ 50, 100, 200 ມກ/ກກ ສາມາດຕ້ານກ້ານອັກເສບຂອບຕີນໄດ້ 9.14%, 29.43% ແລະ 45.71% ຕາມລຳດັບ.
ສານສະກັດເມທານອລ: ສາມາດຊ່ວຍຫຼຸດລະດັບນ້ຳຕານຂອງເອັນໄຊມ໌ໃນເລືອດຂອງຕັບ Alanine amino tranferase (ALT), Aspartate Aminotranferase (AST) ແລະ Lipid peroxidation (LPO), ແຕ່ບໍ່ໄດ້ປະສິດທິພາບເທົ່າກັບຢາປັດຈຸບັນ ເພາະສະນັ້ນຈຶ່ງສາມາດນຳມາໃຊ້ເປັນຢາພື້ນເມືອງຊ່ວຍຮັກສາອາການອັກເສບ ແລະ ອາການຕົວເຫຼືອງອັນເນື່ອງມາຈາກຄວາມຜິດປົກກະຕິຂອງຕັບ.
ຄຸນປະໂຫຍດ:
ທັ້ງຕົ້ນ: ນຳມາຕຳປະສົມກັບແອມໂມເນຍຄຣໍໄຣດ໌ໃຊ້ຫົວແກ້ຮັງແຄ, ໃຊ້ປະສົມເປັນຢາສີດໄລ່ຍຸງ ແລະ ໃຊ້ເປັນຢາຂັບພະຍາດພິດໃນໝາ.