ຮີ່ງມ້າ / Winged-stalk Crotalaria

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Crotalaria alata Buch.-Ham. ex D.Don / FABACEAE
ຊື່ພ້ອງ
Crotalaria alata H.Lev.
Crotalaria alata H. Lév.
Crotalaria bidiei Gamble
ຊື່ອື່ນ
ລາວ: ຮີ່ງມ້າ ແລະ ຫິງຫາຍນ້ອຍ
ໄທ: ຫິ່ງເມັນນ້ອຍ, ໝາກຫິ່ງເມ່ນດອຍ, ຫິ່ງເມ່ນ ແລະ ຫິ່ງຫ້ອຍ
ອັງກິດ: Winged-stalk crotalaria
ອາເມລິກາ: Rattlebox
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ, ອາຍຸພຽງລະດູດຽວ. ລຳຕົ້ນຕັ້ງຊື່, ສູງໄດ້ປະມານ 1 ມ, ລຳຕົ້ນ ແລະ ກິ່ງກ້ານມີປີກແຜອອກແຄບໆ, ທຸກສ່ວນຂອງລຳຕົ້ນມີຂົນອ່ອນນຸ້ມສີຂາວກະຈາຍຢູ່ທົ່ວ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ຮູບໄຂ່, ຮູບຮີ, ຮູບຫອກ ຫຼື ຮູບຫອກປີ້ນ, ກວ້າງ 0.5-5​ ຊມ, ຍາວ 3-9 ຊມ, ໂຄນໃບຮູບຫຼິ່ມ, ມົນ ຫຼື ຕັດ, ຂອບລຽບ, ປາຍແຫຼມ ຫຼືຶ ເປັນຕິ່ງໜາມ, ຜິວໃບມີຂົນອ່ອນນຸ້ມປົກຄຸມທັງສອງດ້ານ. ຫູໃບອອກຍາວຕາມກິ່ງ, ກວ້າງ 4-10​ ມມ, ປາຍຮູບສາມຫຼ່ຽມ ຫຼື ຮູບກຽວ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍກິ່ງ. ກ້ານຊໍ່ດອກຍາວ 5-10​ ຊມ. ດອກຍ່ອຍມີ 2-3 ດອກ, ຮູບດອກຖົ່ວ, ສີເຫຼືອງ. ກ້ານດອກຍາວ 4-5 ມມ. ໃບປະດັບດອກຮູບເຄິ່ງຮູບຫົວໃຈ ຫຼື ຮູບຫອກ, ຍາວປະມານ 4-5 ມມ. ກາບດອກຮູບປາກເປີດ, ຍາວປະມານ 11 ມມ, ມີຂົນກະຈາຍຢູ່ທົ່ວ. ກີບດອກຮູບດອກຖົ່ວ, ສີເຫຼືອງສົດ. ມີເກສອນເພດຜູ້ 10 ອັນ. ເຕົ້າໄຂ່ຮູບຂອບຂະໜານ, ຜິວກ້ຽງ. ໝາກເປັນຝັກ, ຮູບຊົງກະບອກ ຫຼື ຮູບຂອບຂະໜານ, ກວ້າງປະມານ 0.8 ຊມ, ຍາວ 3-4 ຊມ, ຜິວໝາກກ້ຽງ,​ ໝາກແຫ້ງແລ້ວແຕກ, ສີນ້ຳຕານ. ແກ່ນຮູບແກ່ນຖົ່ວ, ຂະໜາດນ້ອຍ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ຕົ້ມດື່ມແກ້ທ້ອງອືດ, ຮັກສາອາການເຈັບກະເພາະ, ບຳລຸງກຳລັງ ແລະ ແກ້ອາການວິນຫົວ.
    ນ້ຳຈາກຮາກ: ໃຊ້ຮັກສາໄຂ້ມາລາເຣຍ ແລະ ແກ້ອາການຢ່ຽວໃສ່ບ່ອນຂອງເດັກນ້ອຍ.
    ຮາກ, ລຳຕົ້ນ ແລະ ໝາກ: ຕົ້ມດື່ມແກ້ນິ້ວ.
    ທັງຕົ້ນ: ຕົ້ມດື່ມເປັນຢາບຳລຸງກຳລັງ, ຊ່ວຍຂັບປັດສະວະ, ຮັກສາປາດົງຂໍ, ນຳມາຕົ້ມອາບແກ້ອາການຝົກຊ້ຳ ແລະ ບວມ.
ຄຸນປະໂຫຍດ:
    ທັງຕົ້ນ: ໃຊ້ເຮັດປຸ່ຍພືດສົດໄດ້ດີ.
    ນຳມາປຸກຄຸມດິນເພື່ອຟື້ນຟູສະພາບດິນ ແລະ ເຮັດໃຫ້ດິນມີຄຸນນະພາບ.

ການປະກອບສ່ວນ