ດູ່ທົ່ງ / Clitoria

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Clitoria macrophylla Benth. / FABACEAE
ຊື່ພ້ອງ
Clitoria macrophylla Wall.
Clitoria macrophylla sensu Hance
Clitoria macrophylla var. macrophylla
ຊື່ອື່ນ
ໄທ: ດອກອັນຊັນປ່າ, ຫຳພະຍາວ, ເອື້ອງຊັນປ່າ, ໝາກແປບຜີ ແລະ ກ່ອງເຂົ້າເຢັນ
ຫວຽດນາມ: Đậu biếc lá to
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເລືອຂະໜາດນ້ອຍ, ເລືອໄປຕາມໜ້າດິນ, ຮູບກົມ, ມີຂໍ້ສັ້ນ, ຍາວ 15-25 ຊມ, ມີຂົນກະຈາຍຫ່າງໆ. ມີຮາກທີ່ຂະຫຍາຍໄປເປັນຮາກເກັບສະສົມອາຫານ, ອວບນ້ຳ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີ, ອອກຮຽງສະຫຼັບຕາມຂໍ້. ໃບຍ່ອຍມີ 3 ໃບ,​ ອອກຮຽງສະຫຼັບ, ຮູບຫອກ, ຮູບຂອບຂະໜານ ຫຼື ຮູບໄຂ່, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບມີວັກ ແລະ ມີຂົນຂຸຍກະຈາຍຢູ່ທົ່ວ, ປາຍແຫຼມ​ ຫຼື ມີຕິ່ງໜາມ, ໃບກາງກວ້າງ 3.4-5.7 ຊມ, ຍາວ 9-12.9 ຊມ, ໃບດ້ານຂ້າງກວ້າງປະມານ 3-3.6 ຊມ, ຍາວ 6.4-9 ຊມ, ແຜ່ນໃບໜາ, ໜຽວ ແລະ ຫຍາບ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມເປັນສີເທົາ. ຫູໃບຮຽວແຫຼມ, ສີຂຽວອ່ອນ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວ 4-5.5 ຊມ. ດອກຍ່ອຍຄ້າຍດອກອັນຊັນ, ສີຂາວ. ກີບດອກຮູບຖົ່ວ, ກີບດອກກີບນອກສຸດຮູບໄຂ່, ກວ້າງປະມານ 1.8 ຊມ, ຍາວປະມານ 3.5 ຊມ. ໝາກເປັນຝັກກົມ, ກວ້າງ 0.6-0.7 ຊມ, ຍາວ 4.3-4.9 ຊມ, ໝາແຫ້ງແລ້ວແຕກ, ສີນ້ຳຕານ. ແກ່ນມີ 6-8 ແກ່ນ, ຮູບຖົ່ວ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ໃຊ້ຖອນພິດ ແລະ ໃຊ້ແກ້ພິດໝາກັດ.
    ທັງຕົ້ນ: ຮັກສາພະຍາດຫົວໃຈ, ບຳລຸງເລືອດ, ໃຊ້ພາຍນອກໂດຍການນຳມາຕຳພອກເປັນຢາຫ້າມເລືອດ, ແຜສົດ ແລະ ແຜລອກ.
ປະໂຫຍດ:
    ຮາກ: ນຳມາທຸບປິດໜ້າໄຫ້ປາແດກຈະຊ່ວຍປ້ອງກັນໜອນ, ແມງວັນ ແລະ ສາມາດຂ້າໜອນໄດ້.
    ທັງຕົ້ນ: ເປັນອາຫານຂອງສັດເຊັນ: ງົວ ແລະ ຄວາຍ.
ຂໍ້ມູນທາງໂພສະນາການ:
    ໂປຣຕີນ: 11.63%.
    ຄາໂບໄຮເດຼດ: (NFE) 50.47%
    ເສັ້ນໄຍອາຫານ: 33%
    ເສັ້ນໄຍ ADF: 38.36%
    NDF: 47.36%
    ໄຂມັນ: 1.63%
    ຖ່ານ: 3.27%
    ລິກນິນ: 10.35%

ການປະກອບສ່ວນ