ດູ່ທົ່ງ / Clitoria
APA 6th ed. ດູ່ທົ່ງ / Clitoria. (2021, August 19). Retrieved from https://www.phakhaolao.la/kb/0001306
MLA 8th ed. ດູ່ທົ່ງ / Clitoria. Pha Khao Lao, 19 August 2021, https://www.phakhaolao.la/kb/0001306.
Chicago 17th ed. Pha Khao Lao. 2021. "ດູ່ທົ່ງ / Clitoria." Published August 19, 2021. https://www.phakhaolao.la/kb/0001306.
Clitoria macrophylla sensu Hance
Clitoria macrophylla var. macrophylla
ຫວຽດນາມ: Đậu biếc lá to
ລຳຕົ້ນເປັນລຳເລືອຂະໜາດນ້ອຍ, ເລືອໄປຕາມໜ້າດິນ, ຮູບກົມ, ມີຂໍ້ສັ້ນ, ຍາວ 15-25 ຊມ, ມີຂົນກະຈາຍຫ່າງໆ. ມີຮາກທີ່ຂະຫຍາຍໄປເປັນຮາກເກັບສະສົມອາຫານ, ອວບນ້ຳ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີ, ອອກຮຽງສະຫຼັບຕາມຂໍ້. ໃບຍ່ອຍມີ 3 ໃບ, ອອກຮຽງສະຫຼັບ, ຮູບຫອກ, ຮູບຂອບຂະໜານ ຫຼື ຮູບໄຂ່, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບມີວັກ ແລະ ມີຂົນຂຸຍກະຈາຍຢູ່ທົ່ວ, ປາຍແຫຼມ ຫຼື ມີຕິ່ງໜາມ, ໃບກາງກວ້າງ 3.4-5.7 ຊມ, ຍາວ 9-12.9 ຊມ, ໃບດ້ານຂ້າງກວ້າງປະມານ 3-3.6 ຊມ, ຍາວ 6.4-9 ຊມ, ແຜ່ນໃບໜາ, ໜຽວ ແລະ ຫຍາບ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມເປັນສີເທົາ. ຫູໃບຮຽວແຫຼມ, ສີຂຽວອ່ອນ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວ 4-5.5 ຊມ. ດອກຍ່ອຍຄ້າຍດອກອັນຊັນ, ສີຂາວ. ກີບດອກຮູບຖົ່ວ, ກີບດອກກີບນອກສຸດຮູບໄຂ່, ກວ້າງປະມານ 1.8 ຊມ, ຍາວປະມານ 3.5 ຊມ. ໝາກເປັນຝັກກົມ, ກວ້າງ 0.6-0.7 ຊມ, ຍາວ 4.3-4.9 ຊມ, ໝາແຫ້ງແລ້ວແຕກ, ສີນ້ຳຕານ. ແກ່ນມີ 6-8 ແກ່ນ, ຮູບຖົ່ວ.
ສັບພະຄຸນ:
ຮາກ: ໃຊ້ຖອນພິດ ແລະ ໃຊ້ແກ້ພິດໝາກັດ.
ທັງຕົ້ນ: ຮັກສາພະຍາດຫົວໃຈ, ບຳລຸງເລືອດ, ໃຊ້ພາຍນອກໂດຍການນຳມາຕຳພອກເປັນຢາຫ້າມເລືອດ, ແຜສົດ ແລະ ແຜລອກ.
ປະໂຫຍດ:
ຮາກ: ນຳມາທຸບປິດໜ້າໄຫ້ປາແດກຈະຊ່ວຍປ້ອງກັນໜອນ, ແມງວັນ ແລະ ສາມາດຂ້າໜອນໄດ້.
ທັງຕົ້ນ: ເປັນອາຫານຂອງສັດເຊັນ: ງົວ ແລະ ຄວາຍ.
ຂໍ້ມູນທາງໂພສະນາການ:
ໂປຣຕີນ: 11.63%.
ຄາໂບໄຮເດຼດ: (NFE) 50.47%
ເສັ້ນໄຍອາຫານ: 33%
ເສັ້ນໄຍ ADF: 38.36%
NDF: 47.36%
ໄຂມັນ: 1.63%
ຖ່ານ: 3.27%
ລິກນິນ: 10.35%