ເຄືອໝາວໍ້ / Makoi Lota

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Rourea minor (Gaertn.) Alston / CONNARACEAE
ຊື່ພ້ອງ
Aegiceras minus Gaertn.
Cnestis acuminata Wall.
Cnestis erecta Blanco
Cnestis florida Jack
Cnestis glabra Blanco
Cnestis monadelpha DC.
Connarus roxburghii Hook. & Arn.
Connarus santaloides Vahl
Rhizophora aegiceras C.F.Gaertn.
Rourea afselii R.Br. ex Planch.
Rourea bamangensis De Wild.
Rourea bipindensis Gilg ex G. Schellenb.
Rourea erecta Merr.
Rourea gudjuana Gilg
Rourea platysepala Baker
Rourea santaloides (Vahl) Wight & Arn.
Rourea splendida Gilg
Santaloides afzelii (R.Br. ex Planch.) G.Schellenb.
Santaloides erectum (Blanco) G. Schellenb.
Santaloides floridum (Jack) Kuntze
Santaloides gossweileri Exell & Mendonça
Santaloides gudjuanum (Gilg) G.Schellenb.
Santaloides minus (Gaertn.) G. Schellenb.
Santaloides platysepalum (Baker) G. Schellenb.
Santaloides roxburghii (Hook. & Arn.) Kuntze
Santaloides splendidum (Gilg) G.Schellenb.
Santaloides splendidum (Gilg) Schellenb. ex Engl.
Santaloides urophyllum G. Schellenb.
ຊື່ອື່ນ
ລາວ: ເຄືອໝາວໍ້, ເຄືອວີວໍ້ ແລະ ເຄືອປາດົງໄຟ
ອັງກິດ: Makoi lota
ຫວຽດນາມ: Độc chó, Óc chó, Tróc cẩu, dây Độc Hòn Tre, Danh Bảo Lộc, Khế rừng, Dây quai xanh, Cây cháy nhà, Dây lửa, Tróc cẩu, Mạy phường đông, Làm phường Tày ແລະ Sà là pẹt Dao
ຈີນ: 大葉 ແລະ 乳豆
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົນເປັນລຳເຄືອ, ກ້ຽວພັນກັບຕົ້ນໄມ້ອື່ນ, ສູງໄດ້ປະມານ 25 ມ, ແຕກກິ່ງກ້ານຫ່າງໆ, ກິ່ງກ້ານອອ່ນສີນ້ຳຕານເຂັ້ມ, ມີຂົນກະຈາຍຫ່າງໆ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ກ້ານໃບລວມຍາວ 5-8 ຊມ. ໃບຍ່ອຍມີ 1-3 ຄູ່ ຫຼື ມີຫຼາຍກວ່ານັ້ນ, ອອກເກືອບກົງກັນຂ້າມກັນ, ຮູບໄຂ່ ຫຼື ຮູບຫອກ, ກວ້າງ 2-5 ຊມ, ຍາວ 3-12 ຊມ, ໂຄນໃບມົນ, ຂອບລຽບ, ປາຍຍາວເປັນຫາງ, ແຜ່ນໃບບາງຄ້າຍຄຶເຈ້ຍ, ຜິວລຽບມັນທັງສອງດ້ານ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບໃກ້ປາຍກິ່ງ ແລະ ອອກຕາມປາຍກິ່ງ, ຍາວ 3-9 ຊມ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີມີຂະໜາດປະມານ 1 ມມ, ສີຂາວ, ມີກິ່ນຫອມ. ກາບດອກມີ 5 ກາບ, ຮູບໄຂ່, ກວ້າງ 1.5-2​ ມມ, ຍາວ 2-3 ມມ, ມີຂົນຍາວປະມານ 2 ມມ, ອອກບໍລິເວນປາຍກາບດອກ. ກີບດອກມີ 5 ກິບ, ຮູບຮີ, ກວ້າງ 1-1.5 ມມ, ຍາວ 4-6 ມມ, ຜິວກ້ຽງ. ເກສອນເພດຜູ້ມີ 5 ອັນ, ກ້ານຊູລະອອງຍາວ 2-6 ມມ, ຖົງລະອອກຍາວປະມານ 2 ມມ, ສີດຳເມື່ອແກ່. ໝາກຮູບຮີໂຄ້ງເລັກນ້ອຍ, ກວ້າງ 0.7-1.5 ຊມ, ຍາວ 1.5-2.5 ຊມ, ກາບດອກຕິດທົນຈົນເປັນໝາກ. ແກ່ນຮູບຮີ, ກວ້າງ 0.6-1​ ຊມ, ຍາວ 1.5-2 ຊມ, ສີແດງ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ນຳມາຕົ້ມແກ້ໃນປະລິມານພໍດີດື່ມເປັນຢາລະບາຍ, ໃຊ້ຮັກສາພາຍນອກຮັກສາແຜສົດ ແລະ ພະຍາດຜິວໜັງ.
    ຮາກ ແລະ ກິ່ງ: ໃຊເປັນຢານ້ຳນົມ ແລະ ມົດລູກ, ຢາເຫຼົ່ານີ້ໃຊ້ຮັກສາພະຍາດໄຂຂໍ້ເຊື່ອມ, ເລືອດອອກຕາມວ່າງແຂ້ວ, ພະຍາດເບົາຫວານ ແລະ ບັນຫາກຽວກັບປອດ.
    ເຄືອ: ຮັກສາພະຍາດປາດົງຄໍ,​ ແກ້ພິດໝາວໍ້ກັດ,
    ສົດ ຫຼື ໃບແຫ້ງ: ນຳມາຕົ້ມດື່ມຮັກສາພະຍາດກະເພາະ ແລະ ເປັນຕົວດູດຊັບພິດ.
ຂໍ້ຄວນລະວັງ:
    ຮາກ: ເຮັດໃຫ້ອາລົມງຸດງິດ ຫຼື ຄຽດງ່າຍ.
    ເຄືອ: ຖ້າໃຊ້ປະລິມານຫຼາຍຈະເຮັດໃຫ້ເປັນພິດ.
ຄຸນປະໂຫຍດ:
    ເຄືອ: ໃຊ້ເຮັດເປັນເຊືອກໄດ້.

ການປະກອບສ່ວນ