ຕົ້ນຕິດຕໍ່ / Chuối chác

ການນຳໃຊ້
ພືດເສັ້ນໃຍ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dasymaschalon rostratum Merr. & Chun / Annonaceae
ຊື່ພ້ອງ
Dasymaschalon rostratum var. longiusculum Bân
Desmos rostrata (Merr. & Chun) P.T.Li
ຊື່ອື່ນ
ລາວ: ຕົ້ນຕິດຕໍ່ ແລະ ປ້ອງກີ່ວ
ຈີນ: 喙果皂帽花
ຫວຽດນາມ: Chuối chác, Chuối chác dẻ ແລະ Mao quả có mỏ
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງ 2-3 ມ, ຕາມກິ່ງກ້ານອ່ອນມີຂົນກະຈາຍບາງໆ, ເປືອກລຳຕົ້ນໜຽວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 3.5-7.5 ຊມ, ຍາວ 13-21 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ມີຂົນປົກຄຸມກະຈາຍຫ່າງໆທັງສອງດ້ານ. ກ້ານໃບຮູບກົມ, ຍາວ 5-10 ມມ. ຊໍ່ດອກອອກຕາມງ່າມໃບ ແລະ ປາຍຍອດ, ສີແດງປົນສີສົ້ມ. ກ້ານດອກຍາວ 1.2-4 ຊມ, ມີຂົນກະຈາຍຫ່າງໆ. ກາບດອກມີ 3 ກີບ, ຮູບໄຂ່, ກວ້າງ 1.5-3 ມມ, ຍາວ 2-3.5 ມມ. ກີບດອກຮູບໄຂ່, ກວ້າງ 0.7-1.2 ຊມ, ຍາວ 2-4 ຊມ. ເກສອນເພດຜູ້ປະມານຈຳນວນຫຼາຍ ຫຼື 120 ອັນ. ເຕົ້າໄຂ່ມີປະມານ 10 ອັນ. ກ້ານດອກຍາວ 6-13 ຊມ. ໝາກເປັນໝາກກຸ່ມ, ມີໝາກຍ່ອຍຈຳນວນຫຼາຍ, ມີລັກສະນະເປັນຂໍ້ຕາມແກ່ນ, ສີແດງ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ ແລະ ຕົ້ນ: ໃຊ້ເປັນຢາບຳລຸງທາດ.
ພືດເສັ້ນໄຍ:
    ເປືອກ: ໜຽວສາມາດນຳມາເຮັດເຊືອກມັດໄດ້.

    ການປະກອບສ່ວນ