ຫຍ້າໝາບອກ / Hard Slitwort

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Torenia crustacea (L.) Cham. & Schltdl. / SCROPHULARIACEAE
ຊື່ພ້ອງ
Hornemannia ovata Link & Otto
Lindernia crustacea (L.) F.Muell.
Lindernia crustacea var. clarkei G.S.Giri & Majumdar
Lindernia crustacea var. verticillata (Haines) K.K.Khanna
Lindernia gracilis (Bonati) Bonati
Lindernia minuta (Blume) Koord.
Lindernia obtusa (Blume) Koord.
Lindernia racemosa Bonati
Pyxidaria crustacea (L.) Kuntze
Pyxidaria minuta (Blume) Kuntze
Pyxidaria obtusa (Blume) Kuntze
Tittmannia ovata Rchb.
Tittmannia scabra Spreng.
Torenia flaccida R.Br.
Torenia hexandra R.Br.
Torenia lucida Buch.-Ham. ex Wall.
Torenia minuta Blume
Torenia obtusa Blume
Torenia ovata Sweet
Torenia rubella Buch.-Ham.
Torenia scabra R.Br.
Torenia varians Roxb.
Ucnopsolen cordatum Raf.
Vandellia alba Benth.
Vandellia bodinieri H.Lév.
Vandellia brownii Benth.
Vandellia crustacea (L.) Benth.
Vandellia gracilis Bonati
Vandellia minuta (Blume) Miq.
Vandellia obtusa (Blume) Miq.
Vandellia racemosa Spreng.
Vandellia racemosa Bonati
Vandellia varians G.Don
Buchnera capillaris Desv.
Mimulus javanicus Blume
Gratiola aspera Roth
Gratiola lucida Willd.
Linaria hexandra F.Dietr.
Morgania aspera Spreng.
Morgania lucida Spreng.
Capraria crustacea L.
ຊື່ອື່ນ
ລາວ: ໝາບອກ ແລະ ໝົດຕົ້ນ
ອັງກິດ: hard slitwort
ຈີນ: 母草
ໄທ: ຫຍ້າກາບຫອຍ ແລະ ຫຍ້າຍົດນ້ຳຄ້າງ
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ. ລຳຕົ້ນເປັນລຳເລືອ, ເລືອຕາມໜ້າດິນ, ປາຍຕັ້ງຂຶ້ນ 10-20 ຊມ, ແຕກກິ່ງກ້ານສາຂາຈຳນວນຫຼາຍ, ແຜ່ກວ້າງ, ຜິວລຽບ. ໃບດ່ຽວອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບສາມຫຼ່ຽມ ຫຼື ຮູບໄຂ່, ກວ້າງ 0.5-1.1 ຊມ, ຍາວ 1-2 ຊມ, ໂຄນໃບແຫຼມ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ. ກ້ານໃບຍາວ 1-8 ມມ. ຊໍ່ດອກແບບກະຈະ ຫຼື ດອກດ່ຽວ, ອອກຕາມງ່າມໃບ ຫຼື ປາຍຍອດ. ກ້ານດອກຮຽວ, ຍາວ 0.5-2.2 ຊມ, ຜິວລຽບ. ກາບດອກປາຍແຍກອອກເປັນ 3-5 ມມ, ຮູບສາມຫຼ່ຽມ. ກີບດອກເຊື່ອມຕິດກັນ, ຍາວ 5-8 ມມ, ປາຍແຍກເປັນ 4 ແສກ, ສີຂາວ ຫຼື ສີມ່ວງ. ໝາກເປັນຫຼ່ຽມ, ຮູບຮີ. 

ບັນຍາຍການນຳໃຊ້

ອາຫານ:
    ຍອດອ່ອນ: ໃຊ້ປຸງແຕ່ງເປັນອາຫານ.
ສັບພະຄຸນ:
    ໃບ: ປຸງເປັນຢາຕົ້ມດື່ມຫຼັງເກີດລູກໃໝ່ ແລະ ນຳມາຕາກແຫ້ງບົດເປັນຜົງນຳມາລະລາຍນ້ຳດື່ມຕອນເຊົ້າເພື່ອລ້າງທ້ອງ, ໃຊ້ໃບຄ້ຽວກັບນ້ຳໝາກນາວເພີ່ມການລັ່ງຂອງນ້ຳບີ ແລະ ໃຊ້ເປັນຢາທາພາຍນອກຮັບສາພະຍາດກາກເກື້ອນ, ແຜນ້ຳຮ້ອນລວກ, ຮັກສາພະຍາດຜິວໜັງ, ຕ້ານເຊື້ອຣາ, ເຊື້ອແບັກທິເຣຍ.
    ທັງຕົ້ນ: ຮັກສາຝີ, ຂີ້ກາກ, ຊ່ວຍຫຼຸດໄຂ້, ປົວກະເພາະ, ໃຊ້ເປັນຢາລະບາຍ, ຊ່ວຍຂັບປັດສະວະ, ຮັກສາກາມມະໂລກ, ພອກຮັກສາແຜໄຟໄໝ້, ນ້ຳຮ້ອນລວກ, ແຜອັກເສບ ແລະ ໃຊ້ໃນແມ່ຍິງຫຼັງຄອດ.

ການປະກອບສ່ວນ