ຜັກແກບ / Phak Keap
APA 6th ed. ຜັກແກບ / Phak Keap. (2021, August 11). Retrieved from https://www.phakhaolao.la/kb/0001294
MLA 8th ed. ຜັກແກບ / Phak Keap. Pha Khao Lao, 11 August 2021, https://www.phakhaolao.la/kb/0001294.
Chicago 17th ed. Pha Khao Lao. 2021. "ຜັກແກບ / Phak Keap." Published August 11, 2021. https://www.phakhaolao.la/kb/0001294.
Gnaphalium affine D.Don
Gnaphalium affine f. affine
Gnaphalium affine var. affine
Gnaphalium affine f. medium Speg.
Gnaphalium affine var. medium Speg.
Gnaphalium affine var. parvulum Speg.
Gnaphalium affine f. pusillum Speg.
Gnaphalium affine var. pusillum Speg.
ຈີນ: 鼠麴草 ແລະ 佛耳草
ຫວຽດນາມ: Rau khúc tẻ, Rau khúc vàng, hoàng nhung gần
ເປັນພືດລົ້ມລຸກ. ລຳຕົ້ນຕັ້ງຊື່, ອອກເປັນຈຸ້ມ, ຂຶ້ນສູງ 20-30 ຊມ, ມີຂົນປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ຮຽງໃບຮຽງສະຫຼັບກັນ, ຮູບໄຂ່, ກ້ວາງ 0.5-0.8 ຊມ, ຍາວ 4-6 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ, ມີຂົນອ່ອນນຸ້ມປົກຄຸມທັງສອງດ້ານ, ຜິວໃບດ້ານເທິງສີຂົນປົກຄຸມໜາຢ່າງໜາແໜ້ນ. ຊໍ່ດອກແບບປະສົມແບບກະຈຸກ, ອອກບໍລິເວນປາຍຍອດ, ເປັນຊໍ່ດອກປະສົມ. ໃບປະດັບຊໍ່ດອກຮູບໄຂ່, ມີຂົນອ່ອນນຸ້ມ. ຊໍ່ດອກຍ່ອຍຈຳນວນຫຼາຍ, ຂະໜາດນ້ອຍ, ສີເຫຼືອງສົດ. ດອກຍ່ອຍຈັບແໜ້ນໃນຖານດອກດຽວກັນ, ມີທັງດອກແຍກເພດ, ດອກລວມ. ດອກເພດແມ່ແຍກເປັນ 3 ປ່ຽງ, ດອກລວມເພດມີ 5 ປ່ຽງ. ເກສອນເພດຜູ້ມີ 5 ອັນ, ເຕົ້າໄຂ່ມີຫູ. ໝາກຮູບໄຂ່ ຫຼື ຮູບຮີ, ມີຕ່ອມນ້ອຍໆກະຈາຍຢູ່ທົ່ວ, ປາຍມີຂົນຟູຢູ່ທົ່ວ.
ອາຫານ:
ຍອດ: ນຳມາຊຸບເປັນອາຫານໄດ້.
ສັບພະຄຸນ:
ທັງຕົ້ນ: ເປັນຢາຫຼຸດຄວາມດັນເລືອດສູງ, ເປັນຢາເຢັນ, ບຳລຸງປອດ, ກັດເສດ, ເຮັດໃຫ້ປະຈຳເດືອນມາແບບສະໝໍ່າສະເໜີ, ແກ້ໄຂ້ຫວັດໃຫຍ່, ແກ້ໄອ, ເຈັບຄໍ, ຂັບເສມຫະ, ຫຼຸດໄຂ້, ຂັບເສມຫະ, ເຈັບຕາມຂໍ້, ແກ້ອາການຕົກຂາວ, ຮັກສາອາການເຈັບບາດແຜ່, ຫຼັ່ງນ້ຳເຊື້ອ, ລົມພິດ ແລະ ແກ້ອາການຄັນທີ່ຜິວໜັງ.
ຄຸນປະໂຫຍດ:
ທັ້ງຕົ້ນ: ມີກິ່ນຫອມສະເພາະຕົວນິຍົມນຳໄປປະສົມອາຫານ ແລະ ເຂົ້າໜົມຫຼາຍຊະນິດ.
ໃບ: ມີສານ carotene ຈຳນວນຫຼາຍ.
ຂົນ ຫຼື ໃບແຫ້ງ: ໃຊ້ເປັນເຊື້ອຈຸດໄຟ.