ເຂົ້າສານໃຫຍ່

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cynanchum pulchellum (Wall.) Liede & Khanum / Apocynaceae
ຊື່ພ້ອງ
Asclepias pulchella (Wall.) Roxb.
Oxystelma pulchellum (Wall.) D.Dietr.
Pergularia campanulata Buch.-Ham. ex Wall.
Raphistemma pulchellum Wall.

ຊື່ອື່ນ
ລາວ: ເຂົ້າສານໃຫຍ່, ໂອເຄືອ ແລະ ເຂົ້າສານເຄືອ
ໄທ: ເຄືອຄິກ, ເຂົ້າສານ, ໄຄ້ເຄືອ, ເຂົ້າສານດອກໃຫຍ່, ເມືອສານ, ເຄືອເຂົາໜັງ ແລະ ມະໂອເຄືອ
ຈີນ: 大花藤
ຫວຽດນາມ: Trâm hùng đẹp ແລະ Đại hoa đằng
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນເປັນລຳເຄືອ, ກ້ຽວພັນຕາມຕົ້ນໄມ້ອື່ນ, ມີຂໍ້, ຂະໜາດນ້ອຍ, ຜິວກ້ຽງ, ທຸກພາກສ່ວນຂອງລຳຕົ້ນມີຢາງສີຂາວ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບໄຂ່ ຫຼື ຮູບຫົວໃຈ, ກວ້າງ 4-5 ຊມ, ຍາວ 6-20 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແຫຼມ ຫຼື ຍາວເປັນຫາງ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງມີຂົນອອກເປັນກະຈຸບໍລິເວນໂຄນເສັ້ນກາງໃບ. ກ້ານໃບຮຽວນ້ອຍ, ຍາວ 4-12 ຊມ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກຕາມງ່າມໃບ. ກ້ານຊໍ່ດອກຍາວປະມານ 5-10 ຊມ. ດອກຍ່ອຍມີ 4-10 ດອກ, ດອກຍານເຕັມທີມີຂະໜາດ 3-4 ຊມ, ສີຂາວ ຫຼື ສີຄີມ, ມີກິ່ນຫອມ. ກ້ານດອກຍ່ອຍມີຂະໜາດນ້ອຍ ແລະ ຍາວ 2-5 ຊມ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 3-4 ມມ, ປາຍແຍກອອກເປັນ 5 ກາບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຂອບບາງ. ກີບດອກເຊື່ອມຕິດກັນເປັນຮູບລະຄັງ, ຍາວ 12-18 ມມ, ປາຍແຍກອອກເປັນ 5 ແສກ, ສີຂາວ. ເກສອນເພດຜູ້ໂຄນເຊື່ອມຕິດກັນເປັນເສົາ, ປາຍແຍກອອກ 5 ອັນ, ຍາວ 10-12​ ມມ. ໝາກກຸ່ມ, ເປັນຝັກຄູ່, ມີລັກສະນະໂຄ້ງເລັກນ້ອຍ, ຍາວປະມານ 15 ຊມ. ແກ່ນຈຳນວນຫຼາຍ, ຮູບໄຂ່, ມີຂົນຟູ, ຍາວປະມານ 4 ຊມ, ຂົນສີຂາວ.

ບັນຍາຍການນຳໃຊ້

ອາຫານ:
    ດອກ ແລະ ໝາກ: ສາມາດນຳມາປຸງແຕ່ງເປັນອາຫານໄດ້.
ສັບພະຄຸນ:
    ຮາກ: ໃຊ້ປຸງເປັນຢາຍອດຮັກສາຕາແກ້ອາການເຈັບຕາ, ຕາແດງ ແລະ ຕາມົວ.
    ແກ່ນ: ມີສານ Cardiac glycoside ເຊື່ອງເປັນພິດຕໍ່ຫົວໃຈ, ແຕ່ສາມາດນຳມາຮັກສາອາການໄຂ້ ແລະ ຊ່ວຍຂັບເຫື່ອໄດ້.

ການປະກອບສ່ວນ