ວາດສະໜານ້ອຍ
APA 6th ed. ວາດສະໜານ້ອຍ. (2021, August 16). Retrieved from https://www.phakhaolao.la/kb/0001292
MLA 8th ed. ວາດສະໜານ້ອຍ. Pha Khao Lao, 16 August 2021, https://www.phakhaolao.la/kb/0001292.
Chicago 17th ed. Pha Khao Lao. 2021. "ວາດສະໜານ້ອຍ." Published August 16, 2021. https://www.phakhaolao.la/kb/0001292.
ລາວ: ປໍເຈ້ຍ
ຈັດເປັນພືດລົມຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 10-15 ມ, ເປືອກລຽບ, ສີດຳ, ເປືອກລຳຕົ້ນຊັ້ນໃນມີເສັ້ນໄຍສີເທົາອົມຂຽວ. ໃບດ່ຽວ, ຮຽງວຽນສະຫຼັບ, ຮູບຂອບຂະໜານ ຫຼື ຮູບຫອກ, ກວ້າງ 1.5-3.5 ຊມ, ຍາວ 4-7.5 ຊມ, ໂຄນໃບຮູບຫຼິ່ມ, ຂອບລຽບ ຫຼື ເປັນຄື້ນ, ປາຍຍາວເປັນຫາງ, ຍາວປະ 1-2 ຊມ, ແຜ່ນໃບບາງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ. ກ້ານໃບຍາວປະມານ 0.5 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ປາຍກິ່ງ, ມີຂົນປົກຄຸມຢູ່ທົ່ວ. ດອກຍ່ອຍມີ 2-6 ດອກ, ຮູບໂຖ, ສີຂາວປົນສີຂຽວ. ກ້ານດອກຍາວ 0.5 ຊມ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວປະມານ 1 ຊມ, ປາຍແຍກອອກເປັນ 5 ແສກ, ຍາວ 1.5-2 ມມ, ສີຄີມ, ມີຂົນປົກຄຸມກະຈາຍຫ່າງໆ. ກີບດອກມີລັກສະນະຄ້າຍເກັດ, ຈັບຢູ່ຫຼອດກາບດອກ, ຂະໜາດນ້ອຍປະມານ 0.5 ມມ, ມີຂົນໜານຸ້ມປົກຄຸມຢ່າງໜາແໜ້ນ. ເກສອນເພດຜູ້ມີ 5 ແສກ, ຈັບຢູ່ໃນຫຼອດກາບດອກກົງກັນຂ້າມກັບກີບດອກ, ຖົງລະອອງບໍ່ມີກ້ານຊູ, ຖົງລະອອງຮູບຫອກ, ຍາວປະມານ 1.5 ມມ. ເຕົ້າໄຂ່ຈັບເທິງ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ຮວງຮັບແຍກອອກເປັນ 2 ແສກ, ຮູບກົມ. ໝາກຮູບຮີຄ້າຍໝາກເຜັດ, ຍາວປະມານ 3 ຊມ, ແຫ້ງແລ້ວແຕກເປັນ 2 ພູ. ຂວັນຍາວປະມານ 2 ຊມ,
ຄຸນປະໂຫຍດ:
ເນື້ອໄມ້: ບຳລຸງຮ່າງກາຍ, ເປັນຢາອາຍຸວັນນະ, ບຳລຸງທາດ, ຄວບຄຸມການໄຫຼວຽນຂອງທາດໃນຮ່າງກາຍ, ຊ່ວຍບຳລຸງເລືອດ, ເຮັດໃຫ້ຫົວໃຈຊຸ່ມຊື່ນ, ຊ່ວຍແກ້ລົມວິນຫົວ, ປຸງເປັນຢາແກ້ຫອບແກ້ອາການໜ້າມືດ, ແກ້ໄຂ້, ແກ້ອາການຮ້ອນໃນເນື່ອງຈາກຂາດນ້ຳ ແລະ ຊ່ວຍຂັບເສມຫະ. ນຳມາສະກັດນ້ຳມັນ ຫຼື ນ້ຳຫອມໄດ້.
ໃບ: ນຳມາໃຊ້ເພື່ອຮັກສາພະຍາດເບົາຫວານ ແລະ ຮັກສາພະຍາດພູມແພ້.