ດອກເຂົ້າປະດັບດິນ

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Utricularia hirta Klein ex Link / LENTIBULARIACEAE
ຊື່ພ້ອງ
ຊື່ອື່ນ
ໄທ: ຫຍ້າຝ່ອຍ.
ຈີນ: 毛挖耳草.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ, ເກີດຕາມພະລານຫີນ ຫຼື ເຂດທີ່ມີຄວາມຊຸ່ມ, ຈັດເປັນພືດກິນແມງໄມ້. ລຳຕົ້ນ ແລະ ໃບມີຖົງຈັບແມງໄມ້, ທຸກພາກສ່ວນຂອງລຳຕົ້ນມີຂົນເປັນຝອຍ, ຍາວປະມານ 1 ມມ ຫຼື ຍາວ 2-4 ມມ. ໃບດ່ຽວ, ຮຽງສະຫຼັບ, ຮູບໄຂ່ປີ້ນ ຫຼື ຮູບແຖບ, ຍາວ 1-2​ ຊມ, ປາຍແສກແຂ້ວ, ກ້ານໃບສ່ວນຫຼາຍຍາວກວ່າໃບ, ຊ່ວງອອກດອກບໍ່ມີໃບ, ກັບດັກແມງໄມ້ຈັບເທິງໃບ, ຂະໜາດນ້ອຍ. ຊໍ່ດອກແບບກະຈະ ຫຼື ເປັນຊໍ່ດ່ຽວ, ຍາວປະມານ 5-10 ຊມ, ມີຂົນຍາວສີຂາວ. ດອກຍ່ອຍມີ 1-6 ດອກ, ຍາວ 0.3-1 ຊມ, ສີມ່ວງ ຫຼື ສີນ້ຳເງິນ. ໃບປະດັບດອກມີ 2 ຊັ້ນ, ຮຽງວຽນສະຫຼັບ, ວົງຊັ້ນນອກຮູບແຖບ, ຊັ້ນໃນຮູບແຖບ, ຍາວປະມານ 1 ມມ, ມີຂົນສີຂາວ. ກາບດອກຮູບໄຂ່, ມີຂົນ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 2 ກີບ, ກີບລຸ່ມຮູບໄຂ່ ຫຼື ຮູບກົມ, ກີບເທິງຂະໜາດນ້ອຍ, ປາຍກີບວ້ຳຕື້ນ, ມີເດືອຍຮູບຫຼິ່ມ,​ ຍາວປະມານ 4 ມມ, ຈັບຕັ້ງສາກກັບກີບດ້ານເທິງ. ເກສອນເພດຜູ້ມີ 2 ອັນ, ຈັບຢູ່ຖານດອກ. ເຕົ້າໄຂ່ຈັບເທິງ, ຜິວລຽບ. ຜົນຮູບກົມ ຫຼື ຮູບຮີ, ຂະໜາດປະມານ 2 ມມ. ແກ່ນຈຳນວນຫຼາຍ, ຂະໜາດນ້ອຍ, ມີລັກສະນະເປັນດ່າງແຫ.

ບັນຍາຍການນຳໃຊ້

ສັບພະຄຸນ:
ນຳມາປຸງເປັນຢາບຳລຸງຮ່າງກາຍ.
ຈັດເປັນພືດຫາຍາກທີ່ເກີດຢູ່ເຂດໜາວ.

ການປະກອບສ່ວນ