ຫຍ້າເຂົ້າກ່ຳມ້ວງ / Indian Bluethread

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Burmannia coelestis D.Don / BURMANNIACEAE
ຊື່ພ້ອງ
Burmannia azurea Griff.
Burmannia bifurca Ham. ex Hook.f.
Burmannia borneensis Gand.
Burmannia candida var. caerulea Hook.f. ex F.N.Williams
Burmannia javanica Blume
Burmannia malaccensis Gand.
Burmannia selebica Becc.
Burmannia triflora Roxb.
Burmannia uniflora Rottler ex Spreng.
Cryptonema malaccensis Turcz.
Nephrocoelium malaccensis (Turcz.) Turcz.
ຊື່ອື່ນ
ໄທ: ສະຫຼັດຈັນທາ, ດອກດິນ ແລະ ຫຍ້າໜວດເສືອ
ອິນເດຍ: Indian Bluethread
ຫວຽດນາມ: Cào cào lam ແລະ Cào cào xanh
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກອາຍຸປີດຽວ. ລຳຕົ້ນສູງ 18-25 ຊມ, ບາງທີສູງຮອດ 40 ຊມ, ລຳຕົ້ນຮຽວ, ເນື້ອບາງ, ສີຂຽວ. ໃບດ່ຽວ, ອອກເປັນກະຈຸກບໍລິເວນໂຄນຕົ້ນ, ຮູບຫອກ, ກວ້າງ 1-2 ມມ, ຍາວ 4-7 ມມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ. ຊໍ່ດອກແບບກະຈຸ ຫຼື ຊໍ່ແບບກະຈະ, ບາງທີອອກດອກດ່ຽວ. ດອກຍ່ອຍມີ 2-3 ດອກ, ສີມ້ວງ ຫຼື ສີຂາວ, ມີສັນຕາມຍາວ 3 ສັນ. ກີບລວມເຊື່ອມຕິດກັນເປັນຫຼອດ, ຍາວ 0.5-1​ ຊມ, ປາຍແຍກອອກເປັນ 6 ແສກ, ຮຽງເປັນ 2 ຊັ້ນ, ຮູບໄຂ່ ຫຼື ຮູບຫອກ, ຍາວ 0.5-1.5 ມມ, ປາຍແຫຼມ. ເກສອນເພດຜູ້ມີ 3 ອັນ, ຈັບຢູ່ປາຍຫຼອດກີບດອກ, ສີເຫຼືອງ. ເຕົ້າໄຂ່ຈັບລຸ່ມ, ຍາວ 3-7 ມມ, ມີ 3 ຫ້ອງ, ແຕ່ລະຫ້ອງມີເມັດໄຂ່ຈຳນວນຫຼາຍ, ປາຍຮວງຮັບແຍກອອກເປັນ 3 ແສກ. ໝາກແຫ້ງບໍ່ແຕກ, ຮູບໄຂ່ປີ້ນ. ແກ່ນຈຳນວນຫຼາຍ, ມີຂະໜາດນ້ອຍ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ທັງຕົ້ນ: ຕົ້ມດື່ມຊ່ວຍບຳລຸງເລືອດຫຼັງເກີດລູກໃໝ່, ນຳມາປະສົມນ້ຳເຜິ້ງກີນເປັນຢາແກ້ອຳມະພາດ ຫຼື ຕົ້ມດື່ມບຳລຸງກຳລັງ ແລະ ນຳມາບົດທາບໍລໍເວນເລັບມືແກ້ເລັບຊໍ້າ ຫຼື ເປັນດ່າງສີຂາວ.
ພືດປະດັບ: ເນື່ອງຈາກດອກມີຄວາມສວຍງາມຈຶ່ງນິຍົມນຳມາປູກເປັນພືດປະດັບ ແລະ ນຳມາຕົບແຕ່ງໂຖດອກໄມ້ ຫຼື ຊໍ່ດອກໄມ້.

ການປະກອບສ່ວນ