ຜັກກາດນົກເຂົາ / Phak nok khao

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Emilia sonchifolia (L.) DC. / ASTERACEAE
ຊື່ພ້ອງ
Cacalia glabra B.Heyne
Cacalia prenanthoides Sieber ex DC.
Cacalia sonchifolia L.
Crassocephalum sonchifolium (L.) Less.
Emilia mucronata Wall.
Emilia purpurea Cass.
Emilia rigidula DC.
Emilia scabra DC.
Emilia sinica Miq.
Emilia sonchifolia var. typica Domin
Gynura ecalyculata DC.
Prenanthes sarmentosa Wall.
Senecio ecalyculatus Sch.Bip.
Senecio rapae F.Br.
Senecio sonchifolius Moench
ຊື່ອື່ນ
ໄທ: ຫາງປາຄໍ່, ຫູປາຄໍ, ຜັກບັ້ງ, ຜັກກາດນົກເຂົາ ແລະ ຜັກກາດແດງ
ອັງກິດ: Cupid's Shaving Brush, Emilia, Sow thistle, red tassel flower ແລະ Lilac tasselflower
ຝຣັ່ງ: FrenchEmilia ແລະ Faux laiteron
ຈີນ: 租借, 嘿昂, 杨体钊, 杨奇操, 叶薇亚小红, 點紅, 雞腳草 ແລະ 易天红
ຫວຽດນາມ: Rau má lá rau muống, Hoa mặt trời, Chua lè, Rau má tía, Nhất điểm hồng, Tiết gà ແລະ Phiắc chèn ph
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ, ອາຍຸປີດຽວ. ລຳຕົ້ນສູງ 20-60 ຊມ, ແຕກກິ່ງກ້ານຕ່ຳ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່, ກວ້າງ 1-2 ຊມ, ຍາວ 5-8 ຊມ, ໃບຮູບຫອກ, ໂຄນໃບວ້ຳເກືອບຫຸ້ມລຳຕົ້ນ, ຂອບລຽບ ຫຼື ເປັນແສກແຂ້ວຫ່າງໆ, ປາຍແຫຼມ, ຜິວໃບດ້ານເທິງສີມ່ວງປົນຂຽວ, ຜິວໃບດ້ານລຸ່ມສີຂຽວອ່ອນ. ຊໍ່ດອກແບບກະຈຸກແໜ້ນ, ອອກບໍລິເວນປາຍກິ່ງ, ຮູບຮີ ຫຼື ຮູບຊົງກະບອກ. ດອກຍ່ອຍມີ 20-45 ດອກ, ຈັບແໜ້ນຢູ່ຖານດອກດ່ຽວກັນ. ກາບປະດັບມີ 7-10 ອັນ, ຮູບຮີ ຫຼື ຮູບຂອບຂະໜານ. ກີບດອກຈຳນວນຫຼາຍ, ສີແດງ ຫຼື ສິມ່ວງ, ດອກວົງໃນສົມບູນເພດ. ໝາກຮູບຂອບຂະໜານ, ຂະໜາດນ້ອຍ, ສີເຫຼືອງ ຫຼື ສີນ້ຳຕານ, ມີຂົນຟູສີຂາວສາມາດປິວລົມໄດ້.

ບັນຍາຍການນຳໃຊ້

ອາຫານ:
    ໃບອ່ອນ ແລະ ຍອດ: ກິນເປັນຜັກສົດກັບແຈ່ວ ແລະ ລາບໄດ້.
ສັບພະຄຸນ:
    ຮາກ: ຕົ້ມດື່ມແກ້ເຈັບຫຼັງ, ເຈັບແອວ, ແກ້ອາການຖອກທ້ອງ, ຮັກສາພະຍາດຕານຊ້າງໃນເດັກນ້ອຍ ແລະ ແກ້ອາການຖອກທ້ອງ.
    ໃບ: ຄັ້ນເອົານ້ຳຢອດຕາແກ້ອາການເຈັບຕາ, ຢອດຫູແກ້ອາການເຈັບຫູ ແລະ ຕຳພອກຮັກສາຂີ້ກະຕອດ.
    ໃບ ແລະ ດອກ: ໃຊ້ຫ້າມເລືອດ.
    ລຳຕົ້ນ: ຕົ້ມດື່ມແກ້ອາການເຈັບຄໍ, ຄໍຕີບ, ຄໍອັກເສບ ແລະ ຕ່ອມທອຍຊິນອັກເສບ, ແກ້ອາການເຈັບທ້ອງບິດ, ຖ່າຍເປັນເຫຼືອດ, ແກ້ອາການຖອກທ້ອງ.
    ທັງຕົ້ນ: ອອກລິດຕໍ່ຕັບ, ປອດ ແລະ ລຳໄສ້ອ່ອນ, ເປັນຢາຮັກສາລະບົບທາງເດີນຫາຍໃຈຕິດເຊື້ອ, ຊ່ວຍບັນເທົາຄວາມຮ້ອນໃນຮ່າງກາຍ, ເຮັດໃຫ້ເລືອດເຢັນ, ຂັບນ້ຳໃນຮ່າງກາຍ, ຊ່ວຍຂັບປັດສະວະ, ຕົ້ມດື່ມແກ້ໄຂ້, ຂັບເສມຫະ, ແກ້ອາການເຈັບຄໍ, ຮັກສາຝີໃນລຳໄສ້, ບົດໃຫ້ລະອຽດປະຄົບຊ່ວຍສະລາຍເລືອດກ້າມ, ຮັກສາແຜ, ແກ້ຝືດໄອ, ແກ້ຜືນຄັນ, ແກ້ຕ່ອມທອຍຊິນອັກເສບ, ຮັກສາອາການເຈັບທ້ອງບິດ, ຂັບຖ່າຍເປັນໝູກເລືອດ, ແກ້ອາການເລືອດດັງໄຫຼ, ໄອເປັນເຫຼືອດ, ຫຼຸດອາການບວມນ້ຳ, ພອກແຜຮັກສາແຜໄຟໄໝ້, ນ້ຳຮ້ອນລວກ ແລະ ຮັກສາຝີ, ຕົ້ມລ້າງຊ່ອງຄອດແກ້ອາການຄັນ ຫຼື ຊ່ອງຄອດອັບເສບ.
ຂໍ້ຄວນລະວັງ:
    ແມ່ຍິງມີລູກຫ້າມຮັບປະທານສະໝູນໄພຊິນິດນີ້.
    ສະໝູນໄພຊະນິດນີ້ມີສານ Pyrrolizidine alkaloid ທີເປັນພິດຕໍ່ຕັບ,​ ຖ້າຫາກໄດ້ຮັບປະທານຄັ້ງທຳອິດຈະເຮັດໃຫ້ປວດຮາກ.
ຂໍ້ມູນທາງວິທະຍາສາດ:
    ຮາກ: ນ້ຳທີ່ຕົ້ມຈາກຮາກສາມາດຂ້າເຊື້ອ Staphylococcus.  ສານສະກັດໄຮໂດເອທາໂນລິດຈາກສ່ວນຂອງລຳຕົ້ນສ່ວນທີ່ຢູ່ເໜືອດິນຊ່ວຍຢັ້ບຢັ້ງອາການເຈັບ.
    ສານສຳຄັນທີ່ພົບໄດ້ແກ່ Alkaloid ແລະ Phenols.
    ນຳມາເປັນຢາສີດໃນຜູ້ປ່ວຍທີ່ຕິດເຊື້ອໃນລະບົບທາງເດີນຫາຍໃຈ ແລະ ເດັກທີ່ມີພະຍາດປອດອັກເສບໄດ້ຮັບຜົນດີ, ນອກຈາກນີ້ຍັງຊ່ວຍຫຼຸດໄຂ້, ແກ້ອາການຫອບ ແລະ ໄອດີຂຶ້ນ.

ການປະກອບສ່ວນ