ຫ້ອມແກ່ວ / White Head

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Eclipta prostrata (L.) L. / ASTERRACEAE
ຊື່ພ້ອງ
Eclipta prostrata Lour.
Eclipta prostrata f. aureoreticulata Y.T.Chang
Eclipta prostrata f. prostrata
Eclipta prostrata var. prostrata
Eclipta prostrata var. undulata (Willd.) DC.
Eclipta prostrata var. zippeliana (Blume) J.Kost.
ຊື່ອື່ນ
ໄທ: ກະເມງ
ອັງກິດ: eclipta, White head, False daisy, Bhringaraj, Trailing eclipta ແລະ Thistles
ຈີນ: 鱧腸 ແລະ 白花蟛蜞菊
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ, ອາຍຸລະດູດຽວ. ລຳຕັ້ງຊື່, ສູງ 4-32 ນິ້ວ, ແຕກກິ່ງກ້ານຕ່ຳ ຫຼື ບໍລິເວນໂຄນຕົ້ນ, ມີຂົນສາກຊາກະຈາຍທົ່ວລຳຕົ້ນ, ມີຂໍ້ ແລະ ມີຮາກອອກຕາມຂໍ້. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບຫອກ, ກວ້າງ 0.5-2.5 ຊມ, ຍາວ 3-10​ ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວລຽບມັນ, ບໍ່ມີກ້ານໃບ. ຊໍ່ດອກແບບກະຈຸກກົມ, ອອກຕາມງ່າມໃບ ຫຼື ປາຍຍອດ, ເປັນຄູ່ ຫຼື ຊໍ່ດ່ຽວ. ດອກຍ່ອຍຈຳນວນຫຼາຍ, ລັກສະນະຮູບຫຼອດ, ອອກອັດແໜ້ນໃນຖານຮອງດອກດຽວກັນ. ກີບດອກວົງໃນເຊື່ອມຕິດກັັນເປັນຮູບຫຼອດ, ຍາວປະມານ 2 ມມ, ປາຍແຍກອອກເປັນ 4 ແສກ, ກີບວົງນອກຮູບຮີ, ຍາວ 2-4.5 ຊມ. ໝາກຮູບຈວຍ, ກວ້າງປະມານ 1.5 ມມ, ຍາວ 3-3.5 ມມ, ສີດຳ.

ບັນຍາຍການນຳໃຊ້

ອາຫານ:
    ໃບອ່ອນ ແລະ ຍອດ: ນຳມາປຸງເປັນອາຫານໄດ້.
ສັບພະຄຸນ:
    ຕົ້ນ: ນຳມາຕົ້ມເອົານ້ຳດື່ມ ຫຼື ຕຳໃຫ້ລະອຽດຄັ້ນເອົານ້ຳປະສົມກັບນ້ຳຫອມໃຊ້ດົມແກ້ພະຍາດດີຊານ, ນຳມາປະສົມກັບພິກໄທ ແລະ ນ້ຳເຜິ້ງແລ້ວປັ້ນເປັນກ້ອນກິນບຳລຸງຮ່າງກາຍ.
    ໃບ: ນຳມາຕຳທາ ຫຼື ພອກແກ້ຄໍເຂັດ, ຮັກສາແຜສົດ, ຜິວໜັງອັກເສບ, ຮັກສາພະຍາດຂີ້ກາກ, ຂີ້ເກື້ອນ, ຊ່ວຍຫ້າມເລືອດ, ແກ້ບາດແຜຝົກຊ້ຳ, ບັນເທົາອາການເຈັບ, ຊ່ວຍຮັກສາໄຂ້, ພະຍາດກ່ຽວກັບຕາ, ຫອບຫືດ, ຫຼອດລົມອັກເສບ, ແກ້ບັນຫາທາງຕັບ, ຖອກທ້ອງ ແລະ ກະເພາະປັດສະວະອ່ອນແອ,​ ຕົ້ມໃຊ້ຮັກສາມະເຮັງ, ຮັກສາພິດຈາກແມງມອດກັດ ແລະ ຊ່ວຍແກ້ພິດງູກັດ,  ໃບນຳມາບົດວາງຫົວຂະມ່ອມເດັກແກ້ອາການຊັກ ແລະ ໃຊ້ທາບໍລິເວນຜິວໜັງເພື່ອລົບຮອຍດຳຕາມຜິວໜັງຂອງເດັກ.
    ກ້ານ ແລະ ໃບ: ຮັກສາພະຍາດເລືອດຈາງ, ພະຍາດບິດ, ແກ້ໄຂ້, ແກ້ອາການຮາກ, ມີນ້ຳມູກ ແລະ ຊ່ວຍຂັບພິດ.
    ດອກ: ຊ່ວຍຮັກສາພະຍາດຕາແດງ.
    ທັງຕົ້ນ: ຕົ້ມດື່ມ ແລະ ທາບໍລິເວນນິ້ວມື ຫຼື ອາບເປັນຢາແກ້ຕະຄິວ, ຕົ້ມດື່ມແກ້ເໜັບຊາ, ແກ້ປວດເມື່ອຍ, ແກ້ອາການອ່ອນເພຍ ຫຼື ນຳມາອາບແກ້ລົມຊັກ, ນຳມາປຸງເປັນຢາຟື້ນຟູ ແລະ ບຳລຸງຕັບ, ສາມາດຕ້ານເຊື້ອມະເຣັງໄດ້ປານກາງ, ປະກອບດ້ວຍສານ alkaloids nicotine ແລະ coumarin ຊ່ວຍຂັບລົມ, ຂັບປັດສະວະ ແລະ ແກ້ປວດເມື່ອຍຕາ.
    ສານສະກັດຈາກຕົ້ນ: ໃຊ້ຮັກສາອາການອັກເສບຂອງຕັບທີ່ເກີດຈາກ carbon tetrachloride, ຮັກສາອາການທ້ອງໃຄ່ ແລະ ພະຍາດຕັບ, ພະຍາດເລືອດຈາງ, ພະຍາດຄໍຕີບເປັນຕົ້ນ.
    ນ້ຳຈາກຕົ້ນ: ໃຊ້ປະສົມກັບນ້ຳມັນຫອມລະເຫີຍໃຊ້ດົມຮັກສາຫວັດ ແລະ ພະຍາດດີຊານ.
ຄຸນປະໂຫຍດ:
    ໃບ: ນຳມາຕຳຄັ້ນເອົານ້ຳປະສົມກັບນ້ຳມັນໝາກພ້າວແລ້ວນຳມາໃສ່ຜົມຊ່ວຍເຮັດໃຫ້ຜົມດົກດຳ, ແກ້ຜົມງອກກ່ອນໄວ ແລະ ຍັງສາມາດນຳມາອົມແກ້ແຂ້ວຫຼ່ອນກອ່ນໄວ.
    ກ້ານ ແລະ ໃບ: ໃຊ້ຂ້າເຊື້ອໃນແຜງົວ ແລະ ຄວາຍ.
    ນ້ຳຈາກໃບ ແລະ ໝາກ: ໃຫ້ສີນ້ຳເງິນອົມດຳໃຊ້ເຮັດສີຍ້ອມຜົມ ແລະ ສັກຄິ້ວ.

ການປະກອບສ່ວນ