ຜັກກ້ານຕັນໃບຍາວ / Alligator weed

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Alternanthera philoxeroides (Mart.) Griseb. / AMARANTACEAE
ຊື່ພ້ອງ
Alternanthera philoxeroides var. acutifolia (Moq.) Hicken
Alternanthera philoxeroides f. acutifolia (Moq.) Pedersen
Alternanthera philoxeroides f. angustifolia Suess.
Alternanthera philoxeroides var. lancifolia Chodat
Alternanthera philoxeroides var. luxurians Suess.
Alternanthera philoxeroides var. obtusifolia (Mart.) Hicken
Alternanthera philoxeroides var. phyllantha R.E.Fr.
Alternanthera philoxeroides var. platyphylla (Seub.) R.E.Fr.
ຊື່ອື່ນ
ໄທ: ຜັກເປັດນ້ຳ.
ອັງກິດ: Alligator weed, Alligator Alternanthera ແລະ pig weed.
ຈີນ: 江以正, 孔新健, 空心莧, 空心蓮子草 ແລະ 孔心莲之草.
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ ແລະ ເປັນພືດນ້ຳ. ລຳຕົ້ນເລືອໄປຕາມນ້ຳ, ປາຍຊູຕັ້ງຂຶ້ນສູງປະມານ 30 ຊມ, ແຕກກິ່ງກ້ານສາຂາຈຳນວນຫຼາຍ, ມັກເກີດຂຶ້ນເປັນກຸ່ມ, ບໍລິເວນນ້ຳຕື້ນຮາກຈະອອກຕາມຂໍ້ ແລະ ຍຶດຕິດກັບພື້ນດິນ, ລຳຕົ້ນມີປ້ອງ, ຂໍ້ຊັດເຈນ, ສີຂຽວ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບໄຂ່ປີ້ນ ຫຼື ຮູບຮີ, ກ້ວາງ 1-2 ຊມ, ຍາວ 2-4​ ຊມ, ໂຄນໃບຮຽວແຫຼມ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ກ້ານໃບສັນ ຫຼື ອາດບໍ່ມີເລີຍ. ຊໍ່ດອກແບບກະຈຸກກົມ, ອອກຕາມງ່າມໃບ, ມີຂະໜາດກວ້າງ 0.5-1 ຊມ. ກ້ານຊໍ່ດອກຮູບກົມ, ຍາວ 0.5-1 ຊມ, ມີຂົນສີຂາວປົກຄຸມຢູ່ທົ່ວ. ດອກຍ່ອຍຈຳນວນຫຼາຍ, ຈັບແໜ້ນໃນຖານດອກດຽວກັນ, ດອກສົມບູນເພດ, ສີຂາວ. ກີບລວມມີ 5 ກີບ, ເປັນແຜ່ນບາງໃສ, ຮູບຫອກ, ຂະໜາດນ້ອຍ ແລະ ໜຽວ. ໝາກດ່ຽວ, ຂະໜາດນ້ອຍ. ແກ່ນຮູບກົມ, ສີນ້ຳຕານ.

ບັນຍາຍການນຳໃຊ້

ອາຫານ:
    ຍອດ: ນຳມາປຸງແຕ່ງເປັນອາຫານ ເຊັ່ນ ຂົ້ວ, ຊຸບ ຫຼື ໜຶ້ງກິນກັບແຈ່ວ.
ສັບພະຄຸນ:
    ຕົ້ນ: ຊ່ວຍຮັກສາວັນນະໂຣກຊະນິດໄອເປັນເລືອດ, ແກ້ໄຂ້ຫວັດລະບາດຕົວຮ້ອນ, ແກ້ໄອ, ຮາກເປັນເລືອດ, ຮັກສາພະຍາດໜອງໃນ, ຮັກສາແຜ່ທີ່ມີນ້ຳເຫຼືອງ ຫຼື ແຜ່ຜື່ນຄັນ, ນຳມາຕຳປະສົມກັບນ້ຳເຜິ້ງປະຄົບຮັກສາຝີ, ໃຊ້ແກ້ພິດງູ ຫຼື ຖືກງູກັດໂດຍຕຳເອົານ້ຳດື່ມ ແລະ ທາບໍລິເວນແຜ.
    ທັງຕົ້ນ: ຊ່ວຍແກ້ອາການແຜ່ຫຸ້ມສະໝອງອັກເສບຊະນິດບີ, ນຳມາປຸງເປັນຢາສີດຊ່ວຍຮັກສາພະຍາດໄຂສະໝອງອັກເສບ ແລະ ໄຂ້ເລືອດອອກໃນໄລຍະແລກ, ໃຊ້ເປັນຢາແກ້ໄຂ້, ດັບພິດຮ້ອນຖອນພິດໄຂ້, ແກ້ຫວັດ, ເຮັດໃຫ້ເລືອດເຢັນ, ແກ້ອາການໄອເປັນເລືອດ, ຊ່ວຍຂັບປັດສະວະ, ຂັບນ້ຳຊື້ນໃນຮ່າງກາຍ, ຊ່ວຍແກ້ຕັບອັກເສບຊະນິດເອ, ແກ້ອີສຸກອີໃສ, ເປັນຢາໃຊ້ພາຍນອກໂດຍຮັກສາພະຍາດງູສະຫວັດ, ຮັກສາພະຍາດຜິວໜັງ, ຝີໜອງ, ພົດ ແລະ ຜື່ນຄັນ.

ຂໍ້ມູນທາງວິທະຍາສາດ:
    ທັງຕົ້ນ: ມີສານ 7α-L-rhamnosyl-6-methoxyluteolin ແລະ ສານ Saponin ທີ່ເປັນພິດຕໍ່ປາ, ເຊິ່ງສານ Saponin ເມື່ອນຳມາຍ່ອຍຈະໄດ້ນ້ຳຕານ 3 ຊະນິດໄດ້ແກ່ ກຸຍໂຄສ, ແຣມໂນດ ແລະ ໄຣໂບດ. ນອກຈາກນີ້ແລ້ວຍັງພົບກົດ Oleanolic acid ທີ່ເປັນສານທີ່ມີຜົນຢັບຢັ້ງການຈະເລີນເຕີບໂຕຂອງຈຸລັງມະເຣັງ.
    ສານສະກັດຈາກທັງຕົ້ນ: ນຳມາສີດເປັນຕ້ານເຊື້ອ  Enecphalitis virus type B, Hepatitis virus type A, Rabies virus  ແລະ ເປັນຢາສີດທີ່ມີພິດນ້ອຍທີ່ສຸດ.
    ເມື່ອນຳມາກວດສອບຄວາມເປັນພິດພົບວ່າມີພິດນ້ອຍຫຼາຍ, ຖ້າຫາກໃຊ້ໃນປະລິມານຫຼາຍເກີນ 455.5 ຊີຊີ/Kg ຈຶ່ງເຮັດໃຫ້ເກີດພິດຕໍ່ຮ່າງກາຍ.
ຂໍ້ຄວນລະວັງ: ຮາກຜັກດັງກ່າວເກີດຂຶ້ນ ຫຼື ຈະເລີນເຕີບໂຕໃນແຫຼ່ງນ້ຳທີ່ເປັນພິດຫ້າມນຳມາໃຊ້ເດັດຂາດເພາະອາດຈະເຮັດໃຫ້ເກີດອັນຕະລາຍເຖິງແກ່ຊິວິດໄດ້.

ການປະກອບສ່ວນ