ຕົ້ນໂທມດົງ / Timi

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Mitragyna rotundifolia (Roxb.) Kuntze / RUBIACEAE
ຊື່ພ້ອງ
Mitragyna brunonis (Wall. ex G.Don) Craib
Nauclea brunonis Wall. ex G.Don
Nauclea rotundifolia Roxb.
ຊື່ອື່ນ
ໄທ: ກຣະທຸ່ມ, ກຣະທຸມເນີນ, ກ້ວາງຕຸ້ມ, ກາຢູໝຶກ ແລະ ແກ່ນເຫຼືອງ.
ອັງກິດ: Timi
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນຕັ້ງຊື່, ສູງ 10-15 ມ, ປາຍຍອດຮູບໄຂ່, ເປືອກນອກສີເທົາ ຫຼື ສີເທົາປົນຂຽວ, ແຕກເກັດເປັນບາງ, ຫຼຸດງ່າຍ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບໄຂ່ກວ້າງ ຫຼື ຮູບກົມ, ກວ້າງ 9-18 ຊມ, ຍາວ 10-22 ຊມ, ໂຄນໃບວ້ຳ ຫຼື ຮູບຫົວໃຈ, ຂອບລຽບ ຫຼື ເປັນຄື້ນ, ປາຍກົມ ຫຼື ຕັດ, ແຜ່ນໃບຂ້ອນຂ້າງໜາ, ຜິວໃບດ້ານເທິງລຽບ ຫຼື ມີຂົນກະຈາຍຫ່າງໆ, ຜິວໃບດ້ານລຸ່ມສີເທົາອ່ອນນຸ້ມ, ໃບແຫ້ງສີນ້ຳຕານແດງ. ກ້ານໃບຍາວ 1.5-6 ຊມ. ຊໍ່ດອກແບບກະຈຸກແໜ້ນ, ອອກຕາມປາຍກິ່ງ, ແຕ່ລະຊໍ່ດອກມີຫູໃບ 1 ຄູ່, ຊໍ່ດອກບານເຕັມທີກວ້າງ 1.5-2 ຊມ. ກາບດອກ ແລະ ກີບດອກປາຍແຍກອອກເປັນ 5 ແສກ. ໝາກແຫ້ງ, ຮູບກົມ, ຂະໜາດປະມານ 2.5 ຊມ, ຜິວແຂງ, ເປັນກ້ອນກົມ, ຜິວບໍ່ບໍ່ເຊື່ອມຕິດກັນ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ໃບ: ແກ້ປວດທ້ອງ, ແກ້ບິດ, ທ້ອງເບັງ, ເຈັບທ້ອງຂີ້ຮາກ ແລະ ແກ້ປວດເມື່ອຍຕາມຮ່າງກາຍ.
    ເປືອກ: ຮັກສາແຜຕິດເຊື້ອ ແລະ ຮັກສາພະຍາດຜິວໜັງ.
    ທັງຕົ້ນ: ເປັນສະໝູນໄພແກ້ໄຂ້ ແລະ ຊ່ວຍຫຼຸດຄວາມດັນເລືອດ.
ສິ່ງປຸກສ້າງ:
    ເນື້ອໄມ້: ໃຊ້ໃນການກໍ່ສ້າງ ແລະ ໃຊ້ເປັນເຄື່ອງມືໃນການກະເສດ.

ການປະກອບສ່ວນ