ກະພີ້ຈັນ / Thit Pagan

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Millettia brandisiana Kurz / FABACEAE
ຊື່ພ້ອງ
ຊື່ອື່ນ
ໄທ: ກະພີ້ຈັນ, ຈັນ, ປີ້ຈັ່ນ ແລະ ພີ້ຈັນ.
ຫວຽດນາມ: Thàn mát brandis ແລະ Mát brandis
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 8-20 ມ, ເປືອກຂ້ອນຂ້າງລຽບ ຫຼື ແຕກເປັນເກັດຂະໜາດນ້ອຍ, ສີເທົາປົນສີນ້ຳຕານ, ເນື້ອໄມ້ສີນ້ຳຕານອົມເຫຼືອງ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກວຽນສະຫຼັບ, ຍາວ 10-18 ຊມ. ກ້ານໃບລວມຍາວ 5-7 ຊມ. ໃບຍ່ອຍມີ 6-10 ຄູ່, ອອກຮຽງກົງກັນຂ້າມກັນ, ຮູບຂອບຂະໜານ, ກວ້າງ 0.8-1.7 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ໃບອ່ອນ ແລະ ຍອດມີສີນ້ຳຕານອົມແດງ, ມີຂົນອ່ອນນຸ້ມ. ກ້ານໃບຍ່ອຍຍາວ 2-3 ມມ, ມີຂົນສັ້ນອ່ອນນຸ້ມກະຈາຍທົ່ວ. ຊໍ່ດອກແບບແຕກແໜ່ງ, ອອກຕາມປາຍກິ່ງ ແລະ ກິ່ງກ້ານ, ຍາວ 7-22 ຊມ. ດອກຍ່ອຍມີ 15-20 ດອກ, ດອກບານເຕັມທີກວ້າງ 1.5-2​ ຊມ, ສີມ່ວງເຂັ້ມ. ກາບດອກເຊື່ອມຕິດກັນເປັນຮູບລະຄັງ, ຍາວ 0.4-0.5 ຊມ, ປາຍແຍກອອກເປັນ 5 ແສກ, ດ້ານນອກມີຂົນປົກຄຸມຢ່າງໜາແໜ້ນ. ກີບດອກມີ 5 ກີບ, 4 ກີບຮູບຂອບຂະໜານ, ກວ້າງ 0.3-0.5 ຊມ, ຍາວ 1-1.5 ຊມ, 1 ກີບຮູບກົມບິດວຽນ, ກວ້າງປະມານ 1.5 ຊມ, ຍາວ 1.8-2 ຊມ. ເກສອນເພດຜູ້ມີ 10 ອັນ, ບໍ່ສະເໜີກັນ. ໝາກເປັນຝັກແຫ້ງແລ້ວແຕກ, ຮູບຂອບຂະໜານ, ປາຍແຫຼມ, ກວ້າງ 2-2.5 ຊມ, ຍາວ 10-14 ຊມ, ຂອບໜາແຂງ, ສີນ້ຳຕານປົນສີເຫຼືອງ. ແກ່ນມີ 3-5 ແກ່ນ, ຮູບກົມ, ກວ້າງ 0.8-1 ຊມ, ສີນ້ຳຕານປົນສີດຳ.

ບັນຍາຍການນຳໃຊ້

ອາຫານ:
    ໃບອ່ອນ: ກິນເປັນອາຫານໄດ້.
ສັບພະຄຸນ:
    ເປືອກຕົ້ນ: ຕົ້ມລ້າງຮັກສາແຜຊຳເຮື້ອ.
    ລຳຕົ້ນ: ຕົ້ມດື່ມບຳລຸງເລືອດ.
    ແກ່ນໄມ້: ຕົ້ນມດື່ມຊ່ວຍບຳລຸງກຳລັງ, ບຳລຸງຮ່າງກາຍ, ບຳລຸງເລືອດ, ບຳລຸງທາດ ແລະ ຊ່ວຍຈະເລີນອາຫານ.
ສິ່ງກໍສ້າງ:
    ເນື້ອໄມ້: ໃຊ້ໃນການກໍ່ສ້າງ, ເຮັດເຍື່ອກະດາດ ແລະ ດອກໄມ້ປະດິດ.

ການປະກອບສ່ວນ