ກະພີ້ເຂົາຄວາຍ / Burma Blackwood

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dalbergia cultrata J.Graham ex Benth. / FABACEAE
ຊື່ພ້ອງ
Dalbergia cultrata var. cultrata
ຊື່ອື່ນ
ໄທ: ກະພີ້ເຂົາຄວາຍ, ກະພີ້, ກຳພີ້, ເກັດເຂົາຄວາຍ, ເກັດດຳ, ຈັກຈັ່ນ, ອີ່ເຕົາ ແລະ ອີເມັນໃບມົນ.
ອັງກິດ: hei huang tan.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນ. ລຳຕົ້ນຕັ້ງຊື່, ສູງ 15-25 ມ, ປາຍຍອດເປັນຟຸ່ມຊົງກະບອກ, ເປືອກສີເທົາ, ລຽບ ຫຼື ແຕກເປັນເກັດ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ, ຍາວ 10-15 ຊມ. ໃບຍ່ອຍມີ 7-13 ໃບ, ຮູບຂອບຂະໜານ ຫຼື ຮູບໄຂ່, ກວ້າງ 1.5-2 ຊມ, ຍາວ 2.5-4.5 ຊມ, ໂຄມໃບມົນ ຫຼື ບ້ຽວ, ຂອບລຽບ, ປາຍມົນ ຫຼື ເປັນວ້ຳຕື້ນ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບໃກ້ກັບປາຍກິ່ງ, ຍາວ 4-5 ຊມ, ມີໃບອ່ອນແຕກອອກນຳ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວອົມບົວອ່ອນ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ສີຂຽວອ່ອນ. ກີບດອກມີ 5 ແສກ, ຮູບໄຂ່ກວ້າງ ຫຼື ຮູບໝາກໄຂ່ຫຼັງ, ຍາວ 4-5 ມມ, ສີຂາວ. ໝາກເປັນຝັກແຫ້ງ, ຮູບຂອບຂະໜານ, ກວ້າງປະມານ 2 ຊມ, ຍາວ 5-10 ຊມ, ຝັກໂຄ້ງງໍເລັກນ້ອຍ, ໝາກແກ່ສີນ້ຳຕານ. ແກ່ນມີ 1-3 ເມັດ, ຮູບແກ່ຖົ່ວ ຫຼື ຮູບໝາກໄຂ່ຫຼັງ.

ຕົ້ນໄມ້

 

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ຕົ້ມດື່ມຮັກສາພະຍາດກະເພາະ ແລະ ຮັກສາມະເຮັງ.
    ເນື້ອໄມ້: ແກ້ພິດໄຂ້, ຖອນພິດໄຂ້, ແກ້ພິດສຳແດງ ແລະ ແກ້ຮ້ອນໃນເນື່ອງຈາກຂາດນ້ຳ.
ຄຸນປະໂຫຍດ:
    ເນື້ອໄມ້: ເປັນໄມ້ເນື້ອແຂງ, ລາຄາແພງ ສາມາດນຳໄປປຸກສ້າງເຮືອນ, ເປັນເຄື່ອງເຟີນິເຈີ້ ແລະ ແກະສະຫຼັກ.
    ຖຶກນຳໄປປູກເປັນພືດບຸກເບີກພື້ນທີ່ພາກເໜືອຂອງໄທ ແລະ ປູກພື້ນທີ່ປ່າໂລ່ງ ເນື່ອງຈາກເປັນພືດທີ່ເຕີບໂຕໄດ້ໄວ.
    ຕົ້ນ ແລະ ແກ່ນ: ໃຫ້ນຳ້ມັນເລຊີນສີແດງທີ່ມີປະໂຫຍດ.

ການປະກອບສ່ວນ