ຕົ້ນຫາງດິ / Ton Harng De

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Eurya acuminata DC. / THEACEAE
ຊື່ພ້ອງ
Diospyros serrata Buch.-Ham. ex D.Don
Eurya acuminata var. acuminata
Eurya acuminata var. arisanensis (Hayata) H.Keng
Eurya acuminata var. euprusta (Korth.) Dyer
Eurya acuminata var. monticola Ridl.
Eurya acuminata var. multiflora (DC.) Blume
Eurya acuminata var. suzukii (Yamam.) H.Keng Synonym L
Eurya acuminata var. wallichiana Steud.
Eurya acuminata var. wallichiana (Steud.) Dyer
Eurya angustifolia Wall.
Eurya angustifolia (Blume) Walp.
Eurya arisanensis Hayata
Eurya bifaria Wall.
Eurya blumeana Korth.
Eurya clandestina Blume
Eurya confinis Blume
Eurya euprista Korth.
Eurya grandis Choisy
Eurya hirsutula Miq.
Eurya lucida Wall.
Eurya matsudae Hayata
Eurya membranacea Gardner
Eurya monticola (Ridl.) Ridl.
Eurya multiflora DC.
Eurya rostrata Blume
Eurya salicifolia Blume
Eurya serrata (Blume) Walp.
Eurya suzukii Yamam.
Eurya wallichiana Steud.
Eurya wrayi King
Geeria angustifolia Blume
Geeria serrata Blume
Ternstroemia bifaria Buch.-Ham. ex D.Don
Tristylium matsudae (Hayata) Koidz.
ຊື່ອື່ນ
ໄທ: ປຣາຍສານ, ຂີ້ໄຕ້, ໂງກດາສົງ, ລູກຖ່ວງ, ປຣາຍກະສານ, ຂີ້ໜອນ, ຮັງໄກ່, ຂີ້ໜອຮໃບນ້ອຍ, ສ້ອຍນົກເຂົາ ແລະ ຕັບໄສ້.
ຈີນ: 浜姫榊 ແລະ 尖叶柃.
ຢີປຸ່ນ: ハマヒサカキ.
ຫວຽດນາມ: Súm nhọn; Chơn trà nhọn; Súm lá nhọn ແລະ Chơn trà nhạn.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມເຄິ່ງໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນສູງ 2-12 ມ, ແຕກກິ່ງກ້ານຕ່ຳ, ກິ່ງອ່ອນມີຂົນສີນ້ຳຕານປົກຄຸມບາງໆ, ເປືອກນອກກ້ຽງ ແລະ ມີຮອຍແຕກເລັກນ້ອຍ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກວ້າງ 1-3 ຊມ, ຍາວ 3-10 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍຖີ່, ປາຍແຫຼມ, ແຜ່ນໃບໜາໜຸ້ມ, ມີຂົນສັ້ນສີນ້ຳຕານປົກຄຸມທັງສອງດ້ານຢ່າງໜາແໜ້ນ, ໃບແກ່ຜິວໃບດ້ານເທິງລຽບມັນ, ຜິວໃບດ້ານລຸ່ມມີຂົນຄຸມໜາແໜ້ນ, ໃບແກ່ກ່ອນຫຼົ່ນສີເຫຼືອງ. ຊໍ່ດອກແບບກະຈຸກອອກຕາມງ່າມໃບ ແລະ ກິ່ງກ້ານ, ດອກແຍກເພດຕ່າງຕົ້ນກັນ. ດອກຍ່ອຍຮູບລະຄັງ, ຄວ້ຳລົງ, ບານເຕັມທີມີຂະໜາດ 4-10 ມມ, ສີເຫຼືອງປົນສີຂາວ, ມີກິ່ນຫອມ. ກາບດອກມີ 5 ກາບ, ດ້ານນອກມີຂົນ. ກີບດອກມີ 5 ກີບ, ຊ້ອນເຫຼື່ອມກັນ. ດອກເພດຜູ້ມີເກສອນເພດຜູ້ 20 ອັນ, ສີນ້ຳຕານ. ດອກເພດແມ່ເຕົ້າໄຂ່ມີປາຍຮວງຮັບແຍກອອກເປັນ 3 ແສກ. ໝາກມີເນື້ອ, ຮູບກົມ, ຂະໜາດ 3-6 ມມ, ຜິວລຽບ, ໝາກສຸກເປັນສີດຳ. ແກ່ນມີຈຳນວນຫຼາຍ, ຂະໜາດນ້ອຍ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ໃບ: ຕົ້ມດື່ມຮັກສາພະຍາດທ້ອງຂີ້ຮາກ, ຮັກສາການລະບາດຂອງພະຍາດອາຫິວາ, ຮັກສາພະຍາດກະເພາະ, ຕຳພອກແກ້ຜື່ນຄັນ ແລະ ຍັງສາມາດນຳມາເປັນຢາປົນກັບຊາ.
ຄຸນປະໂຫຍດ:
    ລຳຕົ້ນ: ໃຊ້ປັກຕາມສວນ, ນາເພື່ອຂັບໄລ່ສັດຕູພືດ ແລະ ຍັງຖືກນຳໄປປູກເປັນໄມ້ບຸກເບີກປ່າ.
    ເນື້ອໄມ້ ແລະ ກິ່ງກ້ານ: ນຳມາເປັນເຊື້ອເພີງໄດ້ດີ.
    ໃບ: ໃຊ້ເຮັດປຸ໋ຍ ແລະ ເປັນອາຫານສັັັດ.
    ໝາກ: ເປັນອາຫານຂອງນົກຫຼາຍຊະນິດ.

ການປະກອບສ່ວນ