ຕົ້ນຫໍາອ້າວໃບງ່ຽງ
APA 6th ed. ຕົ້ນຫໍາອ້າວໃບງ່ຽງ. (2021, July 6). Retrieved from https://www.phakhaolao.la/kb/0001247
MLA 8th ed. ຕົ້ນຫໍາອ້າວໃບງ່ຽງ. Pha Khao Lao, 6 July 2021, https://www.phakhaolao.la/kb/0001247.
Chicago 17th ed. Pha Khao Lao. 2021. "ຕົ້ນຫໍາອ້າວໃບງ່ຽງ." Published July 6, 2021. https://www.phakhaolao.la/kb/0001247.
ອັງດກິດ: Duck's Foot.
ຫວຽດນາມ: Lòng mang hoa to, Lòng mán hoa to ແລະ Lay man.
ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ຂຽວຕະຫຼອດປີ. ລຳຕົ້ນຕັ້ງຊື່, ສູງ 10-25 ມ, ເປືອກນອກໜາ, ສີຂາວອົມເທົາ, ລອກອອກໄດ້, ທຸກສ່ວນຂອງລຳຕົ້ນມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ, ເມື່ອແກ່ຈະຫຼຸດໄປ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ ຫຼື ຮູບຮີ, ກວ້າງ 5-8 ຊມ, ຍາວ 8-20 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ ຫຼື ເປັນຄື້ນ, ປາຍວ້ຳແຫຼມ ແລະ ມີຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ກ້ານໃບຍາວ 2-3 ຊມ, ມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ດອກດ່ຽວ, ອອກຕາງ່າມໃບໃກ້ກັບປາຍກິ່ງ, ສີຂາວ, ມີກິ່ນຫອມ. ກາບດອກມີປະມານ 5 ກາບ, ຮູບແຖບ ຫຼື ຮູບຂອບຂະໜານ, ບິດກ້ຽວ, ດ້ານນອກມີຂົນປົກຄຸມຢ່າງໜາແໜ້ນ. ກີບດອກເຊື່ອມຕິດກັນເປັນຫຼອດ, ກວ້າງປະມານ 0.7 ຊມ, ຍາວ 1.5-2 ຊມ, ປາຍແຍກອອກເປັນ 5 ແສກ, ຮູບຂອບຂະໜານ. ເກສອນເພດຜູ້ຕິດກັນເປັນກຸ່ມ, ສີຂາວ. ໝາກແຫ້ງ, ຮູບໄຂ່ ຫຼື ຮູບຮີ, ກວ້າງ 3-6 ຊມ, ຍາວ 6-8 ຊມ, ໝາກແຫ້ງແລ້ວແຕກອອກເປັນ 5 ແສກ. ແກ່ນຈຳນວນຫຼາຍ, ຮູບໝາກໄຂ່ຫຼັງ, ສີດຳ.
ອາຫານ:
ໃບອ່ອນ: ໃຊ້ເປັນຜັກສົດ.
ພືດເສັ້ນໄຍ:
ເປືອກ: ມີເສັ້ນໄຍໜຽວສາມາດໃຊ້ເຮັດເຊືອກໄດ້.
ສິ່ງປຸກສ້າງ:
ເນື້ອໄມ້: ໃຊ້ກໍ່ສ້າງພາຍໃນ, ເຮັດແບບໄມ້ ແລະ ໃຊ້ເປັນເຊື້ອເພີງໄດ້.