ຕົ້ນໃບງົວ

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Picrasma javanica Blume / SIMAROUBACEAE
ຊື່ພ້ອງ
ຊື່ອື່ນ
ໄທ: ກອມຂົມ, ກະລຳເພາະຕົ້ນ, ໝາຊົນ, ຫງີນ້ຳ, ຫຍີນ້ຳໃບນ້ອຍ, ດຳ, ດີງູຕົ້ນ, ຕະພ້ານກົ້ນ, ເນຍປະໂຈະ, ໝາກປໍຈໍ ແລະ ໝາກກອມ.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດກາງ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 20 ມ, ລຳຕົ້ນມັກບິດເປັນຮ່ອງຂະໜາດນ້ອຍ, ເປືອກນອກບາງ, ລຽບ, ສີເທົາ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3-7 ໃບ, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 1.5-2.5 ຊມ, ຍາວ 4.5-6 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ ຫຼື ເປັນຄື້ນ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ, ຍອດອ່ອນສີນ້ຳຕານແດງ, ມີຫູໃບຂະໜາດໃຫຍ່. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບໃກ້ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ສີຂຽວປົນສີເຫຼືອງ, ດອກແຍກເພດໃນຕົ້ນດຽວກັນ. ໝາກຮູບກົມ, ອອກເປັນກຸ່ມລະ 2-4 ໜ່ວຍ, ມີຂະໜາດ 0.8-1 ຊມ, ສີຂຽວປົນສີເທົາ ຫຼື ສີຟ້າ, ເນື້ອອົມນ້ຳ, ກາບດອກຕິດຈົນເປັນໝາກ, ໝາກສີຂຽວແລ້ວຈະປ່ຽນເປັນສີມ່ວງ ແລະ ປ່ຽນເປັນສີດຳເມື່ອແກ່. ແກ່ນມີ 1 ແກ່ນ, ເນື້ອແຂງ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ເປືອກຕົ້ນ: ແກ້ໄຂ້ມາຣາເລຍ. 
  • ສານອັນຄຣານອຍຈາກເປືອກ: ສາມາດກົດປະສາດສ່ວນກາງ ແລະ ຊ່ວຍຫຼຸດໄຂ້ໄດ້ປານກາງ. 
  • ໝາກ: ບົດເປັນຢາລ້າງຄໍເດັກ ແລະ ແກ້ອາການເຈັບຄໍ
ການປະກອບສ່ວນ