ຕົ້ນພະບ້າງ

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Mischocarpus pentapetalus (Roxb.) Radlk. / SAPINDACEAE
ຊື່ພ້ອງ
Mischocarpus fuscescens Blume
Mischocarpus productus H.L. Li
Schleichera pentapetala Roxb.
ຊື່ອື່ນ
ໄທ: ພະບ້າງ ແລະ ສົ້ມສ້ອຍໃຫຍ່.
ຈີນ: 褐叶柄果木.
ຫວຽດນາມ: Nây năm cánh, Nây đo đỏ ແລະ Trường kẹn.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 25 ມ, ເປືອກນອກບາງ, ລຽບ, ສີນ້ຳຕານປົນສີເທົາ, ເປືອກໃນສີນ້ຳຕານ ຫຼື ສີບົວ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ. ໃບຍ່ອຍມີ 1-3 ຄູ່, ອອກຮຽງກົງກັນຂ້າມກັນ, ຮູບຫອກ ຫຼື ຮູບຂອບຂະໜານ, ກວ້າງ 2.5-6 ຊມ, ຍາວ 5-25 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາໜຽວຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຄີມ, ຜິວລຽບທັງສອງດ້ານ, ໃບແກ່ກ່ອນຫຼົ່ນສີເຫຼືອງ. ກ້ານໃບຍ່ອຍຍາວ 8-10 ມມ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບໃກ້ປາຍກິ່ງ, ຍາວປະມານ 40 ຊມ. ດອກຍ່ອຍຈຳນວນຫຼາຍ, ຂະໜາດນ້ອຍ, ສີຂາວປົນສີເຫຼືອງ. ກາບດອກມີ 5 ກາບ, ຮູບສາມຫຼ່ຽມ, ຍາວ 1-2 ມມ, ໂຄນດ້ານນອກມີຂົນອ່ອນນຸ້ມ, ບໍ່ມີກີບດອກ. ເກສອນເພດຜູ້ມີ 7-8 ອັນ, ກ້ານຊູຖົງລະອອງມີຂົນຍາວກະຈາຍຢູ່ທົ່ວ. ໝາກຂ້ອນຂ້າງກົມ ຫຼື ຮີ, ມີຂະໜາດ 1-3 ຊມ, ຜິວລຽບມັນ, ປາຍມີຕິ່ງໜາມຂະໜາດນ້ອຍ, ໝາກແກ່ແລ້ວແຕກອອກເປັນ 2-3 ແສກ. ແກ່ນມີ 2-3 ເມັດ, ສີນ້ຳຕານ, ເນື້ອຫຸ້ມແກ່ນສີບົວ ຫຼື ສີມ່ວງ.

ບັນຍາຍການນຳໃຊ້

ອາຫານ:
    ໝາກສຸກ: ສາມາດກິນໄດ້.
ສັບພະຄຸນ:
    ເປືອກຕົ້ນ: ນຳມາຕາກແຫ້ງແລ້ວຕົ້ມນ້ຳດື່ມແກ້ພະຍາດກະເພາະ.
    ເນື້ອໄມ້: ໃຊ້ເປັນຢາບຳລຸງຫຼັງເກີດລູກ
ປະໂຫຍດ:
    ເນື້ອໄມ້: ນຳມາເຮັດເຄື່ຶອງມືທາງດ້ານການກະເສດ.
    ໝາກສຸກ: ເປັນອາຫານຂອງກະຮອກດຳ ແລະ ນົກກິນໝາກໄມ້ຫຼາຍຊະນິດ.

ການປະກອບສ່ວນ