ໝາກມາດແດງ / Indonesian lemon pepper

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Zanthoxylum acanthopodium DC. / RUTACEAE
ຊື່ພ້ອງ
Zanthoxylum acanthopodium var. acanthopodium
Zanthoxylum acanthopodium var. timbor Hook. f.
ຊື່ອື່ນ
ໄທ: ກຳຈັດດອຍ ແລະ ໝາກກາກດອຍສຸເທບ.
ຈີນ: 刺花椒.
ອັງກິດ: Indonesian lemon pepper, Tom bul, Nepalidhanya, Darmar ແລະ Tejphal Timur.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 6 ມ, ລຳຕົ້ນ ແລະ ກິ່ງມີໜາມແຫຼມ ແລະ ຄົມ, ຮຽງວຽນອອກຮອບຂໍ້, ມີຈຸລັງອາກາດສີຄີມກະຈາຍຫ່າງໆ, ກິ່ງອ່ອນມີຂົນສັ້ນສີນ້ຳຕານແດງປົກຄຸມຢ່າງໜາແໜ້ນ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກວຽນສະຫຼັບ. ໃບຍ່ອຍມີ 3 ໃບ, ຮູບຮີ, ຮູບໄຂ່ ຫຼຶື ຮູບຫອກ, ກວ້າງ 2-4 ຊມ, ຍາວ 6-10 ຊມ, ໂຄນໃບມົນ, ຂອບແສກແຂ້ວຕື້ນ, ປາຍແຫຼມ, ແຜ່ນໃບຊາກຊາ, ຜິວໃບດ້ານເທິງສີຂຽວເຂັ້ັມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນປົກຄຸມທັງສອງດ້ານ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ແລະ ລຳຕົ້ນ ຫຼື ປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ, ສີບົວ ຫຼື ສີແດງ. ເກສອນເພດຜູ້ມີ 5-6 ອັນ, ຖົງລະອອງສີມ່ວງແດງ. ເຕົ້າໄຂ່ມີຍາວປະມານ 3 ມມ, ຜິວລຽບມັນ, ສີແດງອົມມ່ວງ. ໝາກຂ້ອນຂ້າງກົມ, ມີ 4 ພູ, ໝາກແຫ້ງແລ້ວແຕກ, ສີແດງ. ແກ່ນມີ 1 ແກ່ນຕໍ່ 1 ພູ, ຂ້ອນຂ້າງກົມ, ສີດຳ.

ບັນຍາຍການນຳໃຊ້

ອາຫານ:
    ໝາກແຫ້ງ: ມີລົດຊາດເຜັດຮ້ອນນຳມາບົດເປັນຜົງໃຊ້ແຕ່ງກິ່ນອາຫານ.
ສັບພະຄຸນ:
    ເປືອກ ແລະ ໝາກ: ໃຊ້ຮັກສາອາການອາຫານບໍ່ຍ່ອຍ, ແກ້ໄຂ້ ແລະ ຮັກສາພະຍາດອາຫິວາລະບາດ.
    ເປືອກຕົ້ນ: ຂູດປິດຮູແຂ້ວແມງ ຫຼື ນຳມາອົມແກ້ອາການເຈັບແຂ້ວ.
    ໝາກ: ຕຳໃສ່ຕົ້ມໄກ່ ຫຼື ຕຸ່ນໄກ້ເອົານ້ຳດື່ມແກ້ອີສຸກອີໃສ.
ນ້ຳມັນຫອມລະເຫີຍ:
    ໝາກ: ນຳມາສະກັດນ້ຳມັນຫອມລະເຫີຍທີ່ມີຊື່ວ່າ wartara oil ເພື່ອໃຊ້ເປັນເຄື່ອງຫອມ.
ຄຸນປະໂຫຍດ:
    ໃບ: ໃຊ້ເປັນຢາຂ້າແມງໄມ້.
    ເນື້ອໄມ້: ແໜ້ນໃຊ້ເປັນໄມ້ເທົ້າ ແລະ ເຮັດຟືນ ຫຼື ເຜົາຖ່ານ.
    ແກ່ນ: ໃຊ້ເປັນຢາເບື່ອປາ.
    ເປືຶອກຕົ້ນ: ນຳມາທັບແຊ່ນ້ຳເບື່ອປ່າ.

ການປະກອບສ່ວນ