ເຄືອເຂົາຄວາຍ / Khao Khwai
APA 6th ed. ເຄືອເຂົາຄວາຍ / Khao Khwai. (2021, July 5). Retrieved from https://www.phakhaolao.la/kb/0001238
MLA 8th ed. ເຄືອເຂົາຄວາຍ / Khao Khwai. Pha Khao Lao, 5 July 2021, https://www.phakhaolao.la/kb/0001238.
Chicago 17th ed. Pha Khao Lao. 2021. "ເຄືອເຂົາຄວາຍ / Khao Khwai." Published July 5, 2021. https://www.phakhaolao.la/kb/0001238.
Nauclea pilosa (Roxb.) Blume
Nauclea pilosa (Roxb.) Spreng.
Nauclea scandens Sm.
Uncaria pilosa Roxb.
Uncaria wangii F.C.How
Uruparia pilosa (Roxb.) Kuntze
ຈີນ: 攀茎钩藤.
ອັງກິດ: Borohi-ankara ແລະ Borhi-kata.
ລຳຕົ້ົນເປັນລຳເຄືອ, ແຕກກິ່ງຕັ້ງສາກກັບລຳຕົ້ນ ຫຼື ເຄືອ, ກິ່ງອ່ອນລຽບກ້ຽງ, ຮູບສີ່ຫຼ່ຽມ, ມີຂົນກະຈາຍໜາແໜ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບໄຂ່, ກວ້າງ 3-5.5 ຊມ, ຍາວ 10-15 ຊມ, ໂຄນໃບບ້ຽວ ຫຼື ວ້ຳຕື້ນ, ຂອບລຽບຫຼື ເປັນຄື້ນ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານເທິງສີຂຽວອ່ອນ, ມີຂົນສັ້ນກະຈາຍຫ່າງ. ກ້ານໃບຍາວ 3-6 ມມ, ມີຂົນຍາວ ແລະ ມີໜາອ່ອນຍາວໂຄ້ງງໍອອກລິເວນງ່າມໃບ, ເມື່ອແກ່ຈະສັ້ນນູນ. ຊໍ່ດອກແບບກະຈຸກກົມ, ມີ 5-7 ຊໍ່, ອອກບໍລິເວນງ່າມໃບ. ກ້ານຊໍ່ດອກຍາວ 3-7 ຊມ. ດອກຍ່ອຍຈຳນວນຫຼາຍ, ຈັບແໜ້ນໃນຖານດອກດຽວກັນ, ຮູບດອກເຂັມ, ມີຂະໜາດນ້ອຍ, ສີເຫຼືອງອ່ອນ. ໃບປະດັບດອກຍາວ 4-9 ມມ. ກີບດອກຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວປະມານ2 ມມ. ໝາກແຫ້ງ, ເປັນແທ່ງຍາວຂະໜາດນ້ອຍ, ຍາວ 6-9 ມມ, ໝາກແກ່ແຕກອອກເປັນ 2 ແສກ. ແກ່ນມີຈຳນວນຫຼາຍ.
ສັບພະຄຸນ:
ຮາກ: ນຳມາປຸງເປັນຢາຂັບປັດສະວະ, ເປັນຢາຂັບໜິ້ວໃນໝາກໄຂ່ຫຼັງ, ແກ້ປວດເຈັບຫຼັງ ແລະ ເຈັບແອວ.
ຕົ້ນ: ນຳມາຕົ້ມດື່ມເປັນຢາແກ້ປວດເມື່ອຍ.
ພືດປະດັບ: ນຳມາປູກເປັນຟຸ່ມໄມ້ປະດັບທົ່ວໄປ.