ຕົ້ນກວ໋າງ

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Neolamarckia cadamba (Roxb.) Bosser / RUBIACEAE
ຊື່ພ້ອງ
Anthocephalus cadamba (Roxb.) Miq.
Anthocephalus indicus var. glabrescens H.L.Li
Anthocephalus morindifolius Korth.
Nauclea cadamba Roxb.
Nauclea megaphylla S.Moore
Neonauclea megaphylla (S.Moore) S.Moore
Samama cadamba (Roxb.) Kuntze
Sarcocephalus cadamba (Roxb.) Kurz
ຊື່ອື່ນ
ໄທ: ກຮະທຸ່ມ, ກຣອງປະຍັນ, ໂກຫວາ, ປາແຍ, ຕຸ້ມຂີ້ໝູ, ແຄແສງ, ຕະໂກໃຫຍ່, ຕະກູ້, ຕະໂກສົ້ມ, ຕຸ້ມກ້ານຊ້າງ, ຕຸ້ມກ້ານຍາວ, ຕຸ້ມໜຽງ, ຕຸ້ມຫຼວງ, ທຸ່ມພາຍ, ສະພຣັ່ງ ແລະ ກະທຸ່ມບົກ.
ອັງກິດ: Wild Cinchona, Cadamba, Common bur-flower, Kadam ແລະ Kadamb Tree.
ຈີນ: 团花.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ົົນສູງປະມານ 45 ມ, ເປັນໄມ້ເນື້ອອ່ອນ, ກິ່ວອ່ອນຕັ້ງສາກກັບລຳຕົ້ນ, ເປືອກນອກລຽບ ຫຼື ແຕກເປັນຮ່ອງເລິກຕາມຄວາມຍາວຂອງລຳຕົ້ນ, ສີເທົາ. ໃບດ່ຽວ, ອອກກົງກັນຂ້າມສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບໄຂ່, ກວ້າງ 6-8 ຊມ, ຍາວ 12-20 ຊມ, ໂຄນໃບຕັດ, ກົມ ຫຼື ຮູບຫົວໃຈ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາໜຽວ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນກະຈາຍຫ່າງໆ. ຫູໃບຮູບສາມຫຼ່ຽມ, ຍາວ 1-2.5 ຊມ, ຫຼົ່ນງ່າຍ. ກ້ານໃບຍາວ 2.5-3 ຊມ. ຊໍ່ດອກແບບກະຈຸກແໜ້ນ, ອອກບໍລິເວນປາຍກິ່ງ, ເສັ້ນຜ່າສູນກາງ 4-5 ຊມ, ສີເຫຼືອງສົ້ມ. ກ້ານຊໍ່ດອກຍາວ 1.5-4 ຊມ. ດອກຍ່ອຍອັດແໜ້ນໃນຖານດອກດຽວກັນ, ຮູບດອກເຂັມ, ສີສົ້ມ, ກ້ານດອກສັ້ນຫຼາຍ. ໃບປະດັບດອກມີ 1-3 ຄູ່. ຫຼອດກາບດອກຍາວປະມານ 2 ມມ, ປາຍແຍກເປັນ 5 ແສກ, ຮູບບ່ວງ, ຕິດທົນ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 5-9 ມມ, ປາຍແຍກອອກເປັນ 5 ແສກ, ຮູບຫອກ, ຍາວ 2-3 ມມ. ເກສອນເພດຜູ້ມີ 5 ອັນ, ຖົງລະອອງຮູບແຖບ, ຍາວປະມານ 2 ມມ. ເຕົ້າໄຂ່ຈັບລຸ່ມ, ມີ 2 ຫ້ອງ, ເມັດໄຂ່ຈຳນວນຫຼາຍ, ປາຍຮວງຮັບຍາວ 1.5-2 ຊມ. ໝາກກຸ່ມ, ກະຈຸກກົມ, ເສັ້ນຜ່າສູນກາງ 3-4 ຊມ.

ບັນຍາຍການນຳໃຊ້

ອາຫານ:
    ດອກ ແລະ ໝາກ: ສາມາດຮັບປະທານໄດ້.
ສັບພະຄຸນ:
    ເປືອກແຫ້ງ: ໃຊ້ບັນເທົາໄຂ້ ແລະ ເປັນຢາຊູກຳລັງ.
    ສານສະກັດຈາກໃບ: ໃຊ້ເປັນຢາບ້ວນປາກ.
    ທັງຕົ້ນ: ເປັນຢາຮັກສາແຜ, ຍ່ອຍອາຫານ, ຂັບເສມຫະ, ແກ້ໄຂ້ ແລະ ໃຊ້ຮັກສາອາການຕ່າງໆບໍ່ວ່າ ຮັກສາແຜໃນກະເພາະອາຫານ, ແກ້ໄຂບັນຫາທາງເດີນອາຫານ, ແກ້ໄຂ້ ແລະ ປວດຮາກ.
    ສານສະກັດຈາກດອກ: ສາມາດຂ້າເຊື້ອ Meloidogyne ໄດ້.
ນ້ຳມັນຫອມລະເຫີຍ:
    ດອກ: ເປັນແຫຼ່ງຂອງນ້ຳມັນຫອມລະເຫີຍ, ເປັນວັດຖຸດິບສຳຄັນໃນການຜະລິດ attar ເຊິ່ງເປັນນ້ຳຫອມ.
ຄຸນປະໂຫຍດ:
    ເນື້ອໄມ້: ມີຄວາມລະອຽດ ແລະ ນ້ຳໜັກເບົານິຍົມນຳໃຊ້ເຂົ້າໃນອຸດສາຫະກຳເຫຍືືືື່ອກະດາດ, ໄມ້ອັດ, ໂຄງສ້າງເບົາ ແລະ ເຟີນິເຈີ.
    ຕົ້ນໄມ້: ເປັນຊະນິດທີ່ຂະຫຍາຍຕົວໄດ້ໄວໃຊ້ປູກບຸກເບີກທຳມະຊາດເໝາະສຳລັບການປູກປ່າ, ປູກປ້ອງກັນລົມ ແລະ ປູກໃຫ້ຮົ່ມເງົາ.
    ຮາກ ແລະ ເປືອກ: ໃຊ້ເປັນສີຍ້ອມຜ້າ ໂດຍຈະໃຫ້ສີເຫຼືອງ.

ການປະກອບສ່ວນ