ຮໍຄວາຍ/Jwar-pat

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Berchemia floribunda (Wall.) Brongn. / RHAMNACEAE
ຊື່ພ້ອງ
Berchemia floribunda var. oblongifolia Y.L.Chen & P.K.Chou
Berchemia laxa Wall. [Invalid]
ຊື່ອື່ນ
ໄທ: ຮໍສະພາຍຄວາຍ, ແຮນເມຍ ແລະ ຫັດໄວເຄືອ.
ຈີນ: 多花勾兒茶 ແລະ 多花勾儿茶.
ອັງກິດ: Jwar-pat, Kalapag, ແລະ Amili.
ຫວຽດນາມ: Rung rúc nhiều hoa.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເຄືອຂະໜາດໃຫຍ່, ເນື້ອແຂງ, ເປືອກນອກແຂງ, ສີນ້ຳຕານເຖິງສີດຳ, ແຕກເປັນແຜ່ນ ຫຼື ແຕກເປັນຮ່ອງຕາມລວງຍາວ, ເປືອກໃນສີນ້ຳຕານ ຫຼື ເຫຼືອງ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບຫົວໃຈ, ກວ້າງ 1.5-3 ຊມ, ຍາວ 3-7 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນເລັກຫນ້ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນກະຈາຍບາງໆ. ກ້ານໃບຍາວຮຽວນ້ອຍໂຄ້ງງໍ, ຍາວ 1.5-2.5 ມມ. ຊໍ່ດອກແບບກະຈະ, ອອກບໍລິເວນປາຍກິ່ງ, ດອກຍ່ອຍຈຳນວນຫຼາຍ, ຂະໜາດນ້ອຍ, ສີຂາວ. ກາບດອກມີ 5 ກາບ, ສີຂຽວອ່ອນ ຫຼື ສີຂາວປົນສີເຫຼືອງ. ກີບດອກມີ 5 ກີບ, ສີເຫຼືອງ ຫຼື ສີຄີມ, ປາຍຮຽວ, ປາຍແຍກອອກຄ້າຍຊ້ອນ. ເກສອນເພດຜູ້ມີ 5 ອັນ, ກ້ານເກສອນມີສີຂາວອວບ, ຕິດບໍລິເວນໂຄນກີບດອກ, ຖົງລະອອງຮູບກົມ ຫຼື ຮູບຮີ. ເຕົ້າໄຂ່ຈັບເທິງ, ປາຍຮວງຮັບແຍກອອກເປັນຫຼາຍແສກ. ໝາກຮູບຊົງກະບອກ, ຍາວ 1-2 ຊມ, ຫົວ ແລະ ປາຍມົນ, ໝາກສຸກສີເຫຼືອງ. ແກ່ນມີ 1 ແກ່ນ. 

ບັນຍາຍການນຳໃຊ້

ອາຫານ:
    ໃບອ່ອນ: ໃຊ້ຊົງດື່ມແທນຊາ.
ສັບພະພະຄຸນ:
    ຮາກ: ຕົ້ມດື່ມແກ້ໜີ້ວ ແລະ ຊ່ວຍບັນເທົາອາການປວດ.
    ຮາກ ແລະ ເປືອກຕົ້ນ: ຕົ້ມດື່ມແກ້ອຳມະພາດ.
    ລຳຕົ້ນ: ຕົ້ມດື່ມບຳລຸງຮ່າງກາຍ.
    ເປືອກຕົ້ນ: ຕົ້ມດື່ມແກ້ລິດຊີດວງ,
    ລຳຕົ້ນ ແລະ ໃບ: ຕົ້ມດື່ມແກ້ປວດ, ຊ່ວຍບຳລຸງກຳລັງ, ບຳລຸງກະດູກ ແລະ ຂໍ້, ບຳລຸງສະມັດຕະພາບທາງເພດທັງຍິງ ແລະ ຊາຍ.
    ທັງຕົ້ນ: ຕົ້ມດື່ມເປັນຢາລະບາຍ, ແກ້ໜີ້ວໃນໝາກໄຂ່ຫຼັງ, ມີສານ phosphodiesterase ຢັບຢັ້ງເອັນໄຊມ໌ທີ່ມີຜົນຕໍ່ການຫົດຕົວຂອງກ້າມເນື້ອຫົວໃຈ, ຊ່ວຍມາຍກ້າມເນື້ອຫົວໃຈ, ມາຍກ້າມກ້ຽງ, ຊ່ວຍເສີມພູມຄຸ້ມກັນ ແລະ ຊ່ວຍໃນການແຂງຕົວຂອງອະໄວຍະເພດຊາຍ.
ຄຸນປະໂຫຍດ:
    ໃບ ແລະ ຍອດອ່ອນ: ເປັນອາຫານຂອງກວາງ ແລະ ຊ້າງປ່າ.

ການປະກອບສ່ວນ