ຮິ່ງດົງ / Hing Dong

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Crotalaria bracteata Roxb. ex DC. / FABACEAE
ຊື່ພ້ອງ
Crotalaria bracteata Roxb.
Crotalaria bracteolata Perr. ex DC.
Crotalaria bracteosa Benth.
Crotalaria brasila Schrank
ຊື່ອື່ນ
ລາວ: ຫາຍຫີງ ແລະ ຮິ່ງດົງ.
ໄທ: ໝາຫິ່ງດົງ, ຫິ່ງນົກ, ຫນ້າຫິ່ງເມ່ນ ແລະ ຫິ່ງກິຈອນ.
ຈີນ: 毛果猪屎豆.
ຫວຽດນາມ: Lục lạc lá bắc, Sục sạc lá bẹ, Lục lạc bẹ ແລະ đậu săng.
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນຕັ້ງຊື່ຂຶ້ນ, ສູງໄດ້ປະມານ 1.5 ມ, ມີຂົນສີຂາວອ່ອນນຸ້ມກະຈາຍຢູ່ທົ່ວ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄູ່, ອອກຮຽວສະຫຼັບ. ໃບຍ່ອຍມີ 3 ໃບ, ຮູບຫອກ ຫຼື ຮູບໄຂ່, ກວ້າງ 2-6 ຊມ, ຍາວ 5-8 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ້ມປົກຄຸມທັງສອງດ້ານ. ຊໍ່ດອກອອກຕາມງ່າມໃບ ແລະ ປາຍກິ່ງ, ຍາວ 6-15 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຮູບດອກຖົ່ວ, ສີເຫຼືອງເມື່ອແກ່ຈະປ່ຽນເປັນສີນ້ຳຕານ ຫຼື ສີມ່ວງ. ໝາກເປັນຝັກ, ຮູບຊົງກະບອກ, ຮູບໄຂ່ ຫຼື ຮູບຮີ, ປາຍມີຕິ່ງແຫຼມ, ມີຂົນສີຂາວຍາວກະຈາຍຢ່າງໜາແໜ້ນ, ໝາກແກ່ແລ້ວແຕກຕາມລວງຍາວ. ແກ່ນມີ ຫຼາຍ, ຜິວລຽບ.

ບັນຍາຍການນຳໃຊ້

ສັບະພະຄຸນ: 

  • ຮາກ: ຕົ້ມເປັນຢາຈະເລີນອາຫານ, ແກ້ວຽນຫົວ, ບຳລຸງກຳລັງ, ຮັກສາພະຍາດກະເພາະອາຫານ, ຖອນພິດຢາເບື່ອເມົາ, ຖອນພິດໄຂ້ຈາກການອັກເສບ ແລະ ດັບພິດຮ້ອນ.
  • ຮາກ ແລະ ລຳຕົ້ນ: ຕົ້ມດື່ມແກ້ໜີ້ວ. 
  • ທັງຕົ້ນ: ນຳມາຕົ້ມອາບເປັນຢາແກ້ຟົກບວມ.
ການປະກອບສ່ວນ