ຫວ້າຍອງ

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Syzygium siamense (Craib) Chantar. & J. Parn. / MYRTACEAE
ຊື່ພ້ອງ
Eugenia rubida Ridl.
Eugenia siamensis Craib
ຊື່ອື່ນ
ໄທ: ຊົມພູນ້ຳ, ຫວ້າປອກ, ຊົມພູຄ່າງ ແລະ ຊົມພູປ່າ.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ຂຽວຕະຫຼອດປີ. ລຳຕົ້ົນສູງ 8-10 ມ, ແຕກກິ່ງກ້ານຕໍ່າ, ກິ່ງອ່ອນລຽບ, ເປືອກນອກບາງ, ລຽບ ຫຼື ແຕກເປັນເກັດ, ສີນ້ຳຕານ ຫຼື ສີເທົາ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບຫອກ ຫຼື ຮູບຂອບຂະໜານ, ກວ້າງ 4-6 ຊມ, ຍາວ 9-18 ຊມ, ໂຄນໃບມົນ ຫຼື ວ້ຳແຫຼມ, ຂອບລຽບ, ປາຍຕິ່ງແຫຼມ, ແຜ່ນໃບໜານຸ້ມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ, ຍອດ ແລະ ໃບອ່ອນສີມ່ວງ. ຊໍ່ດອກແບບກະຈຸກ, ອອກຕາມປາຍກິ່ງ ຫຼື ງ່າມໃບ. ດອກຍ່ອຍມີ 2-6 ດອກ, ກ້ານດອກຍາວ 1-5 ມມ. ຖານດອກຍາວ 1-1.7 ຊມ, ສີຂຽວ. ກີບດອກມີ 4 ກີບ, ຍາວ 3-5.5 ຊມ, ສີຂາວ, ບົວ ຫຼື ສີແດງ. ກີບດອກມີ 4 ກີບ, ຂະໜາດ 1.4-1.7 ຊມ. ເກສອນເພດຜູ້ມີຈຳນວນຫຼາຍ, ເກສອນວົງນອກຍາວ 2-3 ຊມ. ເຕົ້າໄຂ່ມີ 2 ຫ້ອງ, ຮູບຮີ. ໝາກກົມ ຫຼື ຮູບໄຂ່, ຜິວບາງລຽບ, ມີສີນ້ຳຕານອ່ອນກະຈາຍທົ່ວ, ມີເນື້ອໜ້ອຍ. ແກ່ນຂະໜາດໃຫຍ່, ແຂງ.

ບັນຍາຍການນຳໃຊ້

ອາຫານ:

  • ໃບອ່ອ່ນ ແລະ ຍອດ: ນຳມາຈິ້ມເປັນຜັກກິນກັບແຈ່ວ.
  • ໝາກ: ສາມາດກິນເປັນໝາກໄມ້ໄດ້

ເນື້ອໄມ້: ສາມາດນຳໄປໃຊ້ເຮັດໄມ້ຟືນ

ການປະກອບສ່ວນ