ຕົ້ນໄຮຢ້ອນ / Ton Hai Yon

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ficus benghalensis L. / MORACEAE
ຊື່ພ້ອງ
Ficus banyana Oken
Ficus benghalensis var. benghalensis
Ficus benghalensis var. krishnae (C.DC.) Corner
Ficus chauvieri G.Nicholson
Ficus cotoneifolia Vahl
Ficus cotonifolia Stokes
Ficus crassinervia Kunth & C.D.Bouché
Ficus karet Baill.
Ficus krishnae C.DC.
Ficus lancifolia Moench
Ficus lasiophylla Link
Ficus procera Salisb.
Ficus pubescens B.Heyne ex Roth
Ficus umbrosa Salisb.
Perula benghalensis Raf.
Urostigma benghalense (L.) Gasp.
Urostigma crassirameum Miq.
Urostigma procerum Miq.
Urostigma pseudorubrum Miq.
Urostigma rubescens Miq.
Urostigma sundaicum Miq.
Urostigma tjiela Miq.
ຊື່ອື່ນ
ໄທ: ນິໂຄ, ອາສະປຣານິໂຄ ແລະ ໄຮ.
ອັງກິດ: Fig Tree, Banyan tree, Bar ແລະ East Indian Fig.
ຈີນ: 榕樹 ແລະ 細葉榕.
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ມັກເກີດຂຶ້ນກ້ຽວພັນກັບຕົ້ນໄມ້ອື່ນ. ລຳຕົ້ນຕັ້ງຊື່, ສູງ 10-30 ມ, ແຕກກິ່ງກ້ານໜາ, ເປືອກຕົ້ນລຽບກ້ຽງ, ສີເທົາ, ເປືອກໃນສີນ້ຳຕານອ່ອນ, ກິ່ງມີຮາກອາກາດຫ້ອຍລົງຈຳນວນຫຼາຍ ແລະ ຍັງສາມາດເປັນລຳຕົ້ນໄດ້ອີກ, ທຸກສ່ວນຂອງລຳຕົ້ນມີຢ່າງສີຂາວ, ກິ່ງອ່ອນມີຂົນອ່ອນນຸ້ມໜາແໜ້ນ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກວ້າງ  10-14 ຊມ, ຍາວ 15-18 ຊມ, ໂຄນໃບຕັດ ຫຼື ມົນ, ຂອບລຽບ, ປາຍມົນ, ໃບອ່ອນມີຂົນໜາແໜ້ນ, ໃບແກ່ຜິວລຽບ. ກ້ານໃບອວບ, ຍາວ 2-5 ຊມ, ມີຫູໃບຫຸ້ມຍອດອ່ອນໄວ້. ຊໍ່ດອກແບບຊໍ່ໝາກເດື່ອ, ອອກຕາມງ່າມໃບ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ, ເຕີບໂຕໃນຖານຮອງດອກ, ດອກແບກເພດ, ພາຍໃນຖານຮອງດອກຈະທັງດອກຜູ້ ແລະ ດອກແມ່, ດອກແມ່ຈະຢູ່ໃກ້ກັບຮູເປີດ. ໝາກຮູບກົມ, ຂະໜາດເສັ້ນຜ່າສູນກາງ 1.5-2.5 ຊມ, ໝາກແກ່ເປັນສີເຫຼືອງ, ປ່ຽນເປັນສີສົ້ມ ແລະ ປ່ຽນເປັນສີແດງເຂັ້ມ.

ບັນຍາຍການນຳໃຊ້

ອາຫານ:
    ໝາກ: ໝາກສຸກໃຊ້ຮັບປະທານໄດ້.
    ໃບ: ໃຊ້ຫໍ່ອາຫານຮັບປະທານໄດ້ ຫຼື ໃຊ້ເຮັດໝ້ຽງ.
ສັບພະຄຸນ:
    ຮາກ: ນຳມາຄ້ຽວເພື່ອປ້ອງກັນພະຍາດເຫງືອກບວມ, ຮັກສາພະຍາດໜອງໃນ ແລະ ແກ້ອາການປວດຮາກ.
    ເປືອກຕົ້ນ: ຊົງດື່ມເປັນຢາຫຼຸດລະດັບນ້ຳຕານໃນເລືອດ, ຮັກສາພະຍາດເບົາຫວານ, ເປັນຢາບຳລຸງ ແລະ ຂັບປັດສະວະ, ຕົ້ມລ້າງແຜເປັນຢາຮັກສາແຜ ແລະ ຮັກພະຍາດລົງຂາວໃນແມ່ຍິງ.
    ໃບ: ແກ້ທ້ອງບິດ, ແກ້ຖອກທ້ອງ, ນຳມາຕົ້ມພອກຝີເພືື່ອກະຕຸ້ນໜອງ,
    ໃບ ແລະ ເປືອກຕົ້ນ: ເປັນຢາແກ້ທ້ອງຂີ້ຮາກ, ແກ້ອາການຖ່າຍເປັນມູກເລືອດ, ເປັນຢາຫ້າມເລືອກ ແລະ ໃຊ້ເປັນຢາແກ້ອາການຖອກທ້ອງ (ເປືອກຕົນ ແລະ ຢາງ).
    ກິ່ງໄມ້: ນຳມາແຊ່ນ້ຳດື່ມແກ້ພະຍາດໄຂ້ເລືອດອອກ.
    ຢາງ: ຮັກສາພະຍາດລິດຊີດວງທະວານໜັກ, ໃຊ້ຮັກສາຂີ້ກະຕອດ, ໃຊ້ທາແກ້ໄຂຂໍ້ອັກເສບ, ຮັກສາອາການເຈັບແຂ້ວ, ທາຮັກສາຮອຍຟົກຊ້ຳບໍລິເວນທີ່ເຈັບ, ຍອດໃສ່ແຜ່ເພື່ອຂ້າເຊື້ອ, ຮັກສາອາການເລືອດອອກ ແລະ ບວມບໍລິເວນເຫງືອກ, ທາແກ້ອາການເຈັບແອວ ແລະ ທາແກ້ອາການອັກເສບຂອງຕີນ.
    ໝາກ ແລະ ຢາງ: ເປັນຢາຊູກຳລັງ, ບຳລຸງອາສຸຈິ ແລະ ຮັກສາພະຍາດໜອງໃນ, ປະສົມກັບນ້ຳຕານເປັນຢາຮັກສາພະຍາດທ້ອງບິດໃນເດັກ.
ຄຸນປະໂຫຍດ:
    ໝາກ: ເປັນອາຫານຂອງນົກ.
    ເປັນໄມ້ມົງຄົນນິຍົມປູກໄວ້ຕາມວັດ.
    ຮາກອາກາດ: ໃຊ້ເຮັດເຊືອກໄດ້.
    ເປືອກໃນ: ໃຊ້ເຮັດກະດາດ.
    ເປືຶອກ ແລະ ໃບ: ມີສານ tannins.
    ນ້ຳຢາງ: ສາມາດນຳມາຜະລິດຢາງຄຸນນະພາບຕ່ຳ.

ການປະກອບສ່ວນ