ຕົ້ນກວັກ
APA 6th ed. ຕົ້ນກວັກ. (2021, June 30). Retrieved from https://www.phakhaolao.la/kb/0001217
MLA 8th ed. ຕົ້ນກວັກ. Pha Khao Lao, 30 June 2021, https://www.phakhaolao.la/kb/0001217.
Chicago 17th ed. Pha Khao Lao. 2021. "ຕົ້ນກວັກ." Published June 30, 2021. https://www.phakhaolao.la/kb/0001217.
Garcinia affinis Wall. ex Pierre
Garcinia basacensis Pierre
Garcinia benthamii Pierre
Garcinia broewas Boerl.
Garcinia cornea L.
Garcinia fabrilis Miq.
Garcinia ferrea Pierre
Garcinia hombroniana Pierre
Garcinia jawoera Pierre
Garcinia kingii Pierre ex Vesque
Garcinia krawang Pierre
Garcinia kurzii Pierre
Garcinia massoniana Klotzsch ex Planch. & Triana
Garcinia porrecta Wall. ex Vesque
Garcinia rumphii Pierre
Garcinia sintang Boerl.
Garcinia speciosa Wall.
Oxycarpus indica Buch.-Ham. ex Wall.
Stalagmitis celebica (L.) G.Don
ອັງກິດ: Seashore Mangosteen.
ເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນຕັ້ງຊື່, ສູງ 10-18 ມ, ເປືອກຕົ້ນບາງ, ເປັນສີເທົາປົນສີດຳ, ເປືອກມີຢ່າງສີເຫຼືອງ, ຕົ້ນ, ໃບ ແລະ ໝາກມີຢາງສີຂາວ, ມີຕົ້ນແຍກເພດຄືຕົ້ນຜູ້ ແລະ ຕົ້ນແມ່. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່ປີ້ນ, ກວ້າງ 4-8 ຊມ, ຍາວ 8-15 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍຮຽວແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວລຽບທັງສອງດ້ານ. ຊໍ່ດອກແບບກະຈຸກ, ອອກບໍລິເວນປາຍກິ່ງ, ດອກແຍກເພດ. ດອກເພດຜູ້ບານເຕັມທີກວ້າງປະມານ 2 ຊມ, ສີເຫຼືອງອ່ອນ, ກິ່ນຫອມ. ກາບດອກມີ 4 ກາບ, ກາບວົງນອກຮູບໄຂ່, ກາບວົງໃນເປັນຮູບໝາກໄຂ່ຫຼັງ, ກີບດອກມີ 4 ກີບ, ຮູບກົມ, ເນື້ອໜາ, ມີລັກສະນະຂອງກ້ານກີບເລັກນ້ອຍ. ເກສອນເພດຜູ້ຈຳນວນຫຼາຍ. ດອກເພດແມ່ເປັນດອກດ່ຽວ, ມີຂະໜາດເທົ່າກັບດອກຜູ້. ກາບດອກ ແລະ ກີບດອກມີ 4 ກີບ. ເຕົ້າໄຂ່ຈັບເທິງ, ປາຍຮວງຮັບແຍກອອກເປັນ 6-8 ແສກ. ໝາກຮູບໄຂ່, ມີຂະໜາດເສັ້ນຜ່າສູນກາງ 1-2 ຊມ, ຍາວ 1.5-3 ຊມ, ມີກາບດອກຕິດຈົນເປັນໝາກ, ເປືອກລຽບ, ໝາກອ່ອນເປັນສີຂຽວ, ເມື່ອແກ່ຈະປ່ຽນເປັນສີເຫຼືອງ, ສິີສົ້ມ ແລະ ສີແດງໃນທີ່ສຸດ. ແກ່ນມີ 1 ແກ່ນ, ລັກສະນະແປຍາວ, ມີລັກສະນະເປັນຮ່ອງ.
ອາຫານ:
ໝາກ: ໝາກສຸກສາມາດກິນເປັນໝາກໄມ້ໄດ້.
ສັບພະຄຸນ:
ຮາກ: ຕົ້ມດື່ມຫຼັງເກີດລູກຊ່ວຍບຳລຸງ ແລະ ບັນເທົາອາການຄັນ.
ເປືອກຕົ້ນ ແລະ ໃບ: ຕົ້ມດື່ມເປັນຢາຫຼຸດໄຂ້, ເປັນຢາຮັກສາແຜ, ຊ່ວຍຮັກສາແຜໃນປາກ.
ໃບ: ໃບແຫ້ງຕົ້ມດື່ມເປັນຢາລະບາຍອ່ອນໆ.
ດອກ: ດອກແຫ້ງນຳມາຕົ້ມດື່ມຊ່ວຍຈະເລີນອາຫານ, ແກ້ໄຂ້, ຊ່ວຍຮັກສາລົມ ແລະ ເລືອດເສຍ.
ໝາກ: ມີລົດສົ້ມໃຊ້ເປັນຢາລະບາຍໄດ້.
ເປືອກໝາກ: ເປັນຢາແກ້ອາການຖອກທ້ອງ.
ຂໍ້ມູນທາງວິທະຍາສາດ:
ເປືອກ: ເມື່ອນຳມາສະກັດໂດຍວິທີໂຄຣມາໂຕກາຟີ ແລະ ການຕົກພຶກຈະໄດ້ສານບໍລິສຸດ 4 ປະເພດດັງນີ້: benzophenones, biphenyls, triterpenes ແລະ xanthones.
ສານ biphenyls และ triterpenes ບໍລິສຸດ: ສາມາດຕ້ານເຊື້ອເອດໄດ້ທັງລະດັບຈຸລັງ ແລະ ລະດັບໂມເລກຸນໄດ້ເປັນຢ່າງດີ, ສາມາດຂ້າເຊື້ອມະເຮັງ ແລະ ຊ່ວຍຫຼຸດອາການບວມຂອງແພຈຸລັງໄດ້ອີກດ້ວຍ.
ສິ່ງປູກສ້າງ:
ເນື້ອໄມ້: ເປັນໄມ້ເນື້ອແຂງ, ເນື້ອລະອຽດ ແລະ ສີແດງງາມຈຶ່ງນຳໃຊ້ເຂົ້າໃນການກໍ່ສ້າງໄດ້ດີ.